06:56 | 17/01/2020

ຄະນະປະຕິບັດງານແຂວງຊຽງຂວາງ, ປະເທດລາວ ອວຍພອນປີໃໝ່ບັນດາພະນັກງານ, ນັກຮົບກໍາລັງປະກອບອາວຸດທະຫານເຂດ 4

ຄະນະປະຕິບັດງານແຂວງຊຽງຂວາງ, ປະເທດລາວ  ອວຍພອນປີໃໝ່ບັນດາພະນັກງານ, ນັກຮົບກໍາລັງປະກອບອາວຸດທະຫານເຂດ 4

ຄະນະປະຕິບັດງານແຂວງຊຽງຂວາງ, ປະເທດລາວ ມອບດອກໄມ້ ແລະອວຍພອນປີໃໝ່ບັນດາພະນັກງານ, ນັກຮົບທະຫານເຂດ 4. (ພາບ: baonghean.vn)

ທີ່ການຕ້ອນຮັບ, ທ່ານ ໜໍບີຫາ ຕົ່ງປາວ ປະທານຄະນະກວດກາພັກ-ລັດແຂວງຊຽງຂວາງ ຢັ້ງຢືນວ່າ ໃນການພັດທະນາຂອງແຂວງມີການປະກອບສ່ວນສໍາຄັນຂອງພະນັກງານ, ນັກຮົບທະຫານເຂດ 4. ໃນໄລຍະຜ່ານມາ, ກົມກອງໄດ້ໜູນຊ່ວຍໃຫ້ບັນດາກົມກອງກອງທັບຂອງແຂວງຊຽງຂວາງ ຫຼາຍຢ່າງໃນວຽກງານຝຶກແອບ, ກໍ່ສ້າງພະນັກງານ, ກໍ່ສ້າງກໍາລັງປະກອບອາວຸດ ກໍ່ຄືການກໍ່ສ້າງພື້ນຖານໂຄງລ່າງ, ຊ່ວຍເຫຼືອປະຊາຊົນຜັນຂະຫຍາຍບັນດາຮູບແບບພັດທະນາເສດຖະກິດເພື່ອຫຼຸດພົ້ນອອກຈາກຄວາມທຸກຍາກ.

ທ່ານພົນຈັດຕະວາ ຮ່າເຕິນຕ໊ຽນ ຮອງຜູ້ບັນຊາການທະຫານເຂດ 4 ສະແດງຄວາມຂອບອົກຂອບໃຈຕໍ່ຄະນະປະຕິບັດງານແຂວງຊຽງຂວາງ, ພ້ອມທັງຢັ້ງຢືນວ່າ, ຜົນແຫ່ງການປະຕິບັດງານຂອງທະຫານເຂດ 4 ມີການປະກອບສ່ວນ, ໜູນຊ່ວຍຂອງອຳນາດການປົກຄອງ, ບັນດາກົມກອງທະຫານ ແລະປະຊາຊົນແຂວງຊຽງຂວາງ. ພິເສດ, ໃນການປະຕິບັດໜ້າທີ່ທ້ອນໂຮມອັດຖິທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ລາວ.

(ໄຊພອນ)

Link: https://huunghivietlao.thoidai.com.vn/detail-article-55.html

In bài biết