14:57 | 03/05/2018

ສຳຫລວດໜອງຟ້າ ຢູ່ແຂວງອັດຕະປື ເພື່ອພັດທະນາ ເປັນແຫລ່ງ ທ່ອງທ່ຽວ

ສຳຫລວດໜອງຟ້າ ຢູ່ແຂວງອັດຕະປື ເພື່ອພັດທະນາ ເປັນແຫລ່ງ ທ່ອງທ່ຽວ

ໜອງ​ຟ້າ​ທີ່​ແຂວງ​ອັດ​ຕະ​ປື (ພາບ: ຂ​ປ​ທ)

ທ່ານ ນາງ ບຸນ​ນານ ບຸນ​ນະ​ແສງ ຫົວໜ້າ ພະ​ແນ​ກຖະ​ແຫລ​ງຂ່າວ, ວັດທະນະທຳ ​ແລະ ທ່ອງ​ທ່ຽວ ​ແຂວງ​ອັດ​ຕະປື ​ໃຫ້​ຮູ້​ວ່າ: ຜ່ານການ​ສຳ​ຫລວດ​ຕົວ​ຈິງ ບັນດາ​ຊ່ຽວຊານ ຢັ້ງຢືນ​ວ່າ​ ມີ​ຄວາມ​ເລິກ 75 ​ແມັດ, ທາງ​ຂ້າງ​ອ້ອມ​ຮອບໜອງ​​ໄດ້​ພົບ​ຫີນ​ ເປັນ​ລັກສະນະ​ຫລາຍ​ຊັ້ນ ​ແລະ ຢູ່ພື້ນນ້ຳ ​ໄດ້​ພົບ​ສະ​ເກັດ​ຫີນ ​ເປັນ​ສີ​ນ້ຳຕານ ຫລື ສີ​ເຜົາ​ໄໝ້, ຈາກການເບິ່ງດ້ວຍຕາເປົ່າ ອາດແມ່ນກ້ອນຫີນທີ່ໄດ້ຜ່ານການເຜົາ​ໄໝ້ຈາກ ພູໄຟລະເບີດໃນຫລາຍຮ້ອຍປີກ່ອນ ​ແລະ ມີ​ຈຳນວນ​ຫລວງຫລາຍ ຢູ່​ເຕັມ​ພື້ນໜອງ, ​ແຕ່​ບໍ່ພົບສິ່ງ​ແປກ​ປະ​ລາດ​ອື່ນໆ ດັ່ງ​ທີ່​ປະຊາຊົນ​ຄິດ ​ແລະ ສັນນິຖານ​ກັນ​ໄວ້ ​ໃນ​ອະດີດ. ການ​ລົງ​ສຳ​ຫລວດໜອງຟ້າ​ຄັ້ງ​ນີ້, ​​​ໄດ້​ຢືນຢັນ​ທາງວິທະຍາສາດ ​ເບື້ອງຕົ້ນວ່າ ບໍ່ມີ​ສິ່ງ​ປິດສະໜາຢູ່​ໃນໜອງ​ແຫ່ງນີ້, ​ເປັນໜອງທຳ​ມະ​ຊາດ ​ທີ່ສວຍ​ງາມ​ເທົ່າ​ນັ້ນ ​ແລະ ມີ​ຄວາມ​ເປັນ​ໄປ​ໄດ້​ ໃນ​ການ​ພັດທະນາ ​ເປັນ​ແຫ​ລ່ງທ່ອງ​ທ່ຽວ ທຳ​ມະ​ຊາດ​ແບບ​ອານຸລັກ​ສິ່ງ​ແວດ​ລ້ອມ, ​ເຊິ່ງສອດຄ່ອງ​ ກັບ​ແຜນ​ແມ່​ບົດ ການ​ພັດທະນາ​ວຽກງານ​ທ່ອງ​ທ່ຽວ ຂອງ​ແຂວງ. ດັ່ງ​ນັ້ນ, ​ເຊີນຊວນ​ໃຫ້​ນັກ​ລົງທຶນ ຫລື ຜູ້​ປະກອບ​ການ ​ສາມາດເຂົ້າ​ມາມີ​ສ່ວນ​ຮ່ວມ​ ໃນ​ການ​ພັດທະນາໜອງຟ້າ ​ເພື່ອດຶງ​ດູດນັກ​ທ່ອງ​ທ່ຽວ​ ໃຫ້​ເຂົ້າ​ມາ​ທ່ຽວ​ແຂວງ ​ອັດ​ຕະປືຫລາຍ​ຂຶ້ນ.

ສຳຫລວດໜອງຟ້າ ຢູ່ແຂວງອັດຕະປື ເພື່ອພັດທະນາ ເປັນແຫລ່ງ ທ່ອງທ່ຽວ

ນັກ​ສຳ​ຫຼວດ​ຄົນ​ ລັດ​ເຊຍ​ກຳ​ລັງ​ສຳ​ຫຼວດ​ໜອງ​ຟ້າ (ພ​າບ: ເຟ​ສບ​ຸກ ຫົວ​ທຽນ​ບອດ)

ໜອງຟ້າ ຕັ້ງ​ຢູ່​ຫ່າງ​ຈາກ​ເທດສະບານ​ ແຂວງ​ອັດ​ຕະປື ປະມານ 178 ກິ​ໂລ​ແມັດ, ​ເປັນໜອງທີ່​ເກີດ​​ຈາກ​ທຳ​ມະ​ຊາດ ຢູ່ເທິງພູສູງ ​ເຂດເມືອງຊານໄຊ ໃກ້ກັບຊາຍແດນປະເທດຫວຽດນາມ, ກວ້າງປະມານ 1 ກິ​ໂລ​ແມັດ​ມົນທົນ ທີ່ຍັງລໍຄອຍການມາຢ້ຽມຢາມ ຂອງນັກທ່ອງທ່ຽວ, ໜອງ​ແຫ່ງ​ນີ້ ຜ່ານ​ມາສັນນິຖານກັນ​ວ່າ ອາດເກີດຍ້ອນພູໄຟເກົ່າລະເບີດ ຫລື ຖືກອຸກະບາດຕຳໂລກ ທີ່ຍັງບໍ່ທັນ​ມີ​ການພິສູດໄດ້. ສະ​ເພາະ ​ລະດູ​ແລ້ງ ການ​ເດີນທາງ​ໄປ​ສູ່ໜອງຟ້າ ​ແມ່ນ​ສະດວກ​ສະບາຍສົມຄວນ, ນັກທຸລະກິດ, ນັກ​ທ່ອງ​ທ່ຽວ ​ແລະ ອື່ນໆ ທີ່ໄດ້ມີໂອກາດ ໄປແຂວງອັດຕະປື ລອງຫາເວລາໄປແວ່ຊົມ ຄວາມງາມ ​ແບບ​ທຳ​ມະ​ຊາດຂອງໜອງຟ້າດ້ວຍ.

(ແຫຼ່ງ​ຂໍ້​ມູນ​: ຂ​ປ​ທ)

Link: https://huunghivietlao.thoidai.com.vn/detail-article-540.html

In bài biết