08:09 | 11/05/2018

ງານວາງສະແດງປື້ມອ່ານອາຊຽນ ຢູ່ລາວ

ງານວາງສະແດງປື້ມອ່ານອາຊຽນ ຢູ່ລາວ

ອາຈານແລະນັກສືກສາມາທ່ຽວຊົມງານວາງສະແດງປື້ມເປັນຈຳນວນຫຼວງຫຼາຍ

ວັນທີ 09 ພຶດສະພາ, ທີ່ມະຫາວິທະຍາໄລແຫ່ງຊາດລາວຢູ່ນະຄອນຫຼວງວຽງຈັນ ໄດ້ດຳເນີນລາຍການພົບປະແລກປ່ຽນບັນດານັກປະພັນວັນນະຄະດີອາຊຽນ ແລະ ງານວາງສະແດງປື້ມອ່ານອາຊຽນ. ເຊິ່ງແມ່ນການເຄື່ອນໄຫວດ້ານວັດທະນະທຳໄດ້ຈັດຕັ້ງເປັນປະຈຳປີ, ລາຍການປີນີ້ ມີການເຂົ້າຮ່ວມຂອງນັກປະພັນວັນນະຄະດີ ເກືອບ 20 ຄົນ ມາຈາກບັນດາປະເທດຄື ສິງກະໂປ, ບຣູໄນ, ໄທ, ອິນໂດເນເຊຍ, ມຽນມາ, ລາວ, ຫວຽດນາມ… ພ້ອມກັບການເຂົ້າຮ່ວມຂອງນັກສຶກສາລາວ ແລະ ຕ່າງປະເທດທີ່ພວມສຶກສາຮ່ຳຮຽນຢູ່ມະຫາວິທະຍາໄລແຫ່ງຊາດລາວນັບເປັນຮ້ອຍໆຄົນ. ໃນຂອບເຂດລາຍການ, ໄດ້ມີບັນດາກອງປະຊຸມສຳມະນາ,ການພົບປະແລກປ່ຽນກ່ຽວກັບຜົນປະໂຫຍດຂອງການອ່ານປື້ມ, ອະນາຄົດຂອງການອ່ານປື້ມ ກັບບັນດານັກປາຖະກະຖາແມ່ນນັກປະພັນວັນນະຄະດີອາຊຽນ ຈະຊ່ວຍໃຫ້ບັນດາໝູ່ເພື່ອນນັກສຶກສາມີຄວາມເຂົ້າໃຈຫຼາຍກວ່າກ່ຽວກັບສະພາບການປະດິດຄິດແຕ່ງກໍຄືວັດທະນະທຳການອ່ານປື້ມຂອງບັນດາປະເທດໃນກຸ່ມອາຊຽນ.

ຖ້ານວາງສະແດງປື້ມອ່ານຂອງຫວຽດນາມ ໂດຍມະຫາວິທະຍາໄລວັດທະນະທຳວາງສະແດງ ດ້ວຍຈຳນວນປື້ມກວ່າ 200 ຫົວ, ມີເນື້ອໃນ, ຮູບການສວຍງາມອຸດົມສົມບຸນ, ພາຍຫຼັງສິ້ນສຸດການວາງສະແດງ, ປື້ມທັງໝົດເຫຼົ່ານັ້ນຈະໄດ້ມອບໃຫ້ຫໍສະໝຸດຂອງມະຫາວິທະຍາໄລແຫ່ງຊາດລາວ. ລາຍການພົບປະແລກປ່ຽນ ແລະ ວາງສະແດງປື້ມອ່ານອາຊຽນຈະໄດ້ດຳເນີນຈົນຮອດວັນທີ 11 ພຶດສະພາ.

(ແຫຼ່ງ​ຂໍ້​ມູນ​: ໝີບິງ, ນັກຂ່າວຫວຽດນາມປະຈຳ ສປປ.ລາວ)

Link: https://huunghivietlao.thoidai.com.vn/detail-article-536.html

In bài biết