ຖະແຫລງຂ່າວໂຄງການອອກແບບ ອາພອນລາວ ເພື່ອປີທ່ອງ ທ່ຽວລາວ
![]() |
ຖະແຫລງຂ່າວໂຄງການອອກແບບ ອາພອນລາວ ເພື່ອປີທ່ອງທ່ຽວລາວ2018.
![]() |
ຊຸດອາພອນລາວ.
![]() |
ຊຸດອາພອນລາວ.
ໃນວັນທີ 22 ພຶດສະພາ 2018 ຢູ່ທີ່ ນະຄອນຫລວງວຽງຈັນ, ໂຄງການພັດທະນາໂຄງລ່າງພື້ນຖານ ເພື່ອສົ່ງເສີມການທ່ອງທ່ຽວ ພາຍໃຕ້ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແລະ ໂຄງການສົ່ງເສີມ ນັກອອກແບບ ໜຸ່ມນ້ອຍຂອງລາວ ພາຍໃຕ້ລາວແຟຊັນວີກ ຮ່ວມມືກັນຈັດໂຄງການອອກແບບອາພອນລາວ ຄໍເລັກຊັນພິເສດ ເພື່ອປີທ່ອງທ່ຽວລາວ 2018. ໂດຍການເຂົ້າຮ່ວມພິທີຖະແຫລງຂ່າວ ຂອງທ່ານ ນາງ ປານີ ໄຊຍະວົງຜູ້ກໍ່ຕັ້ງລາວແຟຊັນວີກ, ທັງເປັນຜູ້ ອຳນວຍການໂຄງການພັດທະນາ ນັກອອກແບບໜຸ່ມນ້ອຍຂອງລາວ, ທ່ານ ທະວີເພັດ ອຸລາ ຮອງຫົວໜ້າກົມ ພັດທະນາການທ່ອງທ່ຽວ, ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ມີບັນດານັກອອກແບບໜຸ່ມນ້ອຍດີເດັ່ນ ຂອງລາວ ແລະ ສື່ມວນຊົນເຂົ້າຮ່ວມ.
ທ່ານ ນາງ ປານີ ໄຊຍະວົງ ໄດ້ກ່າວວ່າ: ໂຄງການອອກແບບອາພອນລາວ ຄໍເລັກຊັນພິເສດ ເພື່ອປີທ່ອງທ່ຽວລາວ 2018 ນີ້ ບັນດານັກອອກແບບໜຸ່ມນ້ອຍດີເດັ່ນຂອງລາວ ຈະໄດ້ອອກແບບ ແລະ ດັດແປງແຜ່ນແພພື້ນບ້ານ ຈາກແຕ່ລະແຂວງໃນລາວ ໃຫ້ກາຍເປັນຊຸດທີ່ທັນສະໄໝ ເຊິ່ງເປົ້າ ໝາຍຂອງໂຄງການພິເສດນີ້ ແມ່ນເພື່ອເພີ່ມມູນຄ່າ ແລະ ຄຸນຄ່າ ໃຫ້ແກ່ແຜ່ນແພທ້ອງຖິ່ນລາວ ແລະ ເພື່ອໃຫ້ສາກົນຮູ້ວ່າ ແຜ່ນແພທ້ອງຖິ່ນຂອງລາວ ສາມາດນຳມາປະຍຸກເປັນອາພອນ ແລະ ແຟຊັນທີ່ທັນສະໄໝໄດ້. ສຳລັບແຜ່ນແພທ້ອງຖີ່ນ ທີ່ໄດ້ຄັດເລືອກ ແມ່ນມາຈາກ 17 ແຂວງ (ຍົກເວັ້ນແຂວງໄຊສົມ ບູນ) ຫລັງຈາກທີ່ໄດ້ຄັດເລືອກແລ້ວ ແມ່ນຈະໄດ້ມອບໃຫ້ນັກອອກແບບ ໜຸ່ມນ້ອຍຂອງລາວ 15 ຄົນເພື່ອອອກແບບ ແລະ ຜະລິດເປັນຊຸດທີ່ທັນສະໄໝ, ເຊິ່ງຈະໄດ້ສະແດງ ແລະ ແຂ່ງຂັນທີ່ງານລາວແຟຊັນວີກ 2018 ທີ່ຈະຈັດຂຶ້ນໃນເດືອນກັນຍານີ້.
ທ່ານ ທະວີເພັດ ອຸລາ ກ່າວວ່າ: ໃນໂຄງການຮ່ວມມືດັ່ງກ່າວ, ແມ່ນຖືວ່າເປັນການສົ່ງເສີມການທ່ອງທ່ຽວ ທາງວັດທະນະທຳໂດຍກົງ ໂດຍຜ່ານແຜ່ນແພທ້ອງຖິ່ນທີ່ເປັນເອກະລັກ ຂອງລາວ, ຫລັງຈາກທີ່ນັກອອກແບບ ໜຸ່ມນ້ອຍຂອງລາວໄດ້ອອກແບບ ແລະ ຜະລິດເປັນທີ່ຮຽບຮ້ອຍແລ້ວ ແມ່ນຈະໄດ້ນຳໄປວາງສະແດງ ສຳລັບພື້ນທີ່ວາງສະແດງຂອງປະເທດລາວ ໃນງານຕະຫລາດນັດການທ່ອງທ່ຽວ ທີ່ມີສື່ສຽງໃນສາກົນ ທັງພາຍໃນ ແລະ ຕ່າງປະເທດ, ເຊິ່ງອາດຈະເຮັດໃຫ້ຊາວຕ່າງປະເທດຜູ້ທີ່ສົນໃຈ ໃນແຜ່ນແພຂອງລາວ ແລະ ທັງເປັນການດຶງດູດ ນັກທ່ອງທ່ຽວຕ່າງປະເທດ ໃຫ້ເຂົ້າມາທ່ຽວ ໃນປະເທດລາວ ຫລາຍຂຶ້ນ.
ທ້າວ ຄຳປຸ່ນ ແສງປະກາຍ ໜຶ່ງ ໃນນັກອອກແບບໜຸ່ມນ້ອຍ ທີ່ມາຈາກ ນະຄອນຫລວງວຽງຈັນ ກ່າວວ່າ: ຮູ້ສຶກດີໃຈ ແລະ ພາກພູມໃຈຫລາຍ ທີ່ໄດ້ມີໂອກາດເຂົ້າຮ່ວມ ໂຄງການດັ່ງກ່າວນີ້ ເພື່ອເປັນການສົ່ງເສີມວັດທະນະທຳ ຮີດຄອງປະເພນີຂອງລາວ ໃຫ້ເປັນທີ່ຮູ້ຈັກຂອງສາກົນຫລາຍຂຶ້ນ, ເຊິ່ງໃນໄລຍະທີ່ຜ່ານມາ ນ້ອງເອງເຄີຍນຳເອົາແຜ່ນແພຂອງລາວ ໂດຍສະເພາະແມ່ນແພຝ້າຍ, ໄໝມ້ອນລາວມາອອກແບບ ແລະ ຜະລິດເປັນຊຸດ ຮູ້ສຶກວ່າມີຄວາມງົດງາມຫລາຍ, ເຊິ່ງແຜ່ນແພທີ່ນ້ອງຢາກອອກແບບທີ່ສຸດ ແມ່ນແຜ່ນແພທີ່ມາຈາກແຂວງຊຽງຂວາງ.
(ແຫຼ່ງຂໍ້ມູນ: ຂປລ)