ນະຄອນຫຼວງວຽງຈັນ ສະຫຼອງສົ່ງທ້າຍປີເກົ່າ 2019 ແລະ ຕ້ອນຮັບປີໃໝ່ສາກົນ 2020
ປະທານຂອງພິທີການສົ່ງທ້າຍປີເກົ່າ 2019 ແລະ ຕ້ອນຮັບປີໃໝ່ 2020 ແມ່ນ ທ່ານ ສີຫຸນ ສິດທິລືໄຊ, ຮອງເຈົ້າຄອງ ນະຄອນຫຼວງວຽງຈັນ; ມີການນຳຂັ້ນນະຄອນຫຼວງວຽງຈັນ, ຮອງລັດຖະມົນຕີ ພະນັກງານ-ລັດຖະກອນ, ນັກທຸລະກິດ ແລະ ຊາວນະຄອນຫຼວງ ເຂົ້າຮ່ວມຢ່າງເບີກບານມ່ວນຊື່ນ.
ໃນພິທີ ທ່ານ ສີຫຸນ ສິດທິລືໄຊ ກ່າວວ່າ: ເພື່ອເປັນການກະກຽມໃຫ້ການສະເຫຼີມສະຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ ການສະເຫຼີມສະຫຼອງການເປັນ ນະຄອນຫຼວງວຽງຈັນ ຄົບຮອບ 460 ປີ ການດຳເນີນກອງປະຊຸມໃຫຍ່ຂອງພັກ ແລະ ກອງປະຊຸມໃຫຍ່ 3 ຂັ້ນຂອງ ນະຄອນຫຼວງວຽງຈັນ ແລະ ການສະເຫຼີມສະຫຼອງປີທ່ອງທ່ຽວລາວ-ຈີນ ປີ 2019 ກໍ່ຄືການເສີມຂະຫຍາຍສາຍພົວພັນຮ່ວມມື ແລະ ການສະເຫຼີມສະຫຼອງປີໃໝ່ສາກົນກັບບັນດາເພື່ອນມິດ. ດັ່ງນັ້ນ, ມື້ນີ້ນະຄອນຫຼວງວຽງຈັນ ຈຶ່ງໄດ້ຈັດງານສະເຫຼີມສະຫຼອງສົ່ງທ້າຍປີເກົ່າ 2019 ແລະ ຕ້ອນຮັບປີໃໝ່ 2020 ຂຶ້ນ ນອກຈາກນັ້ນກໍ່ມີຫຼາຍໆຈຸດທີ່ໄດ້ຈັດງານດັ່ງກ່າວ ເປັນຕົ້ນແມ່ນ ຢູ່ຫໍວັດທະນະທຳແຫ່ງຊາດ ບັນດາຫ້າງຮ້ານ ແລະ ຕາມເຮືອນຊານບ້ານຊ່ອງ ຂອງປະຊາຊົນຊາວ ນະຄອນຫຼວງ ກໍ່ໄດ້ມີການກະກຽມສະຫຼອງຂຶ້ນຢ່າງມີບັນຍາ ກາດເບີກບານມ່ວນຊື່ນ.
![]() |
ທ່ານ ສີຫຸນ ສິດທິລືໄຊ ແລະ ບັນດາຜູ້ແທນທີ່ເຂົ້າຮ່ວມພິທີ.
ໃນໜຶ່ງປີຜ່ານມາ ນວ ໄດ້ເຮັດວຽກ ແລະ ມີຜົນສຳເລັດຫຼາຍດ້ານເປັນຕົ້ນແມ່ນ: ຕິດພັນກັນນັ້ນກໍ່ໄດ້ເປີດຂະບວນການແຂ່ງຂັນ “ຮັກຊາດ ແລະ ພັດທະນາ” ຕິດພັນກັບຮັກ ນະຄອນຫຼວງວຽງຈັນ ແລະ ຕ້ອນຮັບປີທ່ອງທ່ຽວລາວ, ໂດຍປະຕິບັດຕາມວຽກງານ 3 ຫຼຸດ 3 ເພີ່ມ 3 ຂະບວນການ ແລະ 3 ເພື່ອ ໄດ້ສົມທົບກັບບັນດາເມືອງເພື່ອເຜີຍແຜ່ຄວາມໝາຍຄວາມສຳຄັນຂອງປີທ່ອງທ່ຽວລາວ-ຈີນ 2019 ແລະ ສ້າງຂະບວນການຈັດສັນຄວາມເປັນລະບຽບຮຽບຮ້ອຍ ໃນຂົງເຂດວັດທະນະທຳ-ສັງຄົມ ໂດຍສະເພາະແກ້ໄຂປາກົດການຫຍໍ້ທໍ້ ໃນຂົງເຂດການບໍລິການວັດທະນະທຳ-ທ່ອງທ່ຽວ ເພື່ອເປັນເຈົ້າພາບທີ່ດີ ຕ້ອນຮັບການທ່ອງທ່ຽວ ຢູ່ ນະຄອນຫຼວງວຽງຈັນ ແລະ ຊຸກຍູ້ບ້ານວັດທະນະທຳ ໃນທົ່ວ ນະຄອນຫຼວງວຽງຈັນ ເພື່ອສ້າງບ້ານແບບຢ່າງໃນການເປັນເຈົ້າພາບທີ່ດີ.
ຈາກການປະຕິບັດວຽກງານດັ່ງກ່າວ ເຮັດໃຫ້ ນະຄອນຫຼວງວຽງຈັນ ມີຄວາມສະຫງົບ ຄວາມເປັນລະບຽບຮຽບຮ້ອຍ ໂດຍພື້ນຖານ ເສດຖະກິດມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ດ້ານວັດທະນະທຳ-ສັງຄົມ ໄດ້ຮັບການພັດທະນາເຂັ້ມແຂງເປັນກ້າວໆ ຄາດວ່າ GDP ຂອງ ນະຄອນຫຼວງວຽງຈັນ ຈະຂະຫຍາຍຕົວໃນລະດັບ 4,5% ສະເລ່ຍລາຍຮັບຕໍ່ຄົນ 5.700 ໂດລາສະຫະລັດ ຫຼື ປະມານ 50 ລ້ານກວ່າກີບ ບັນຍາກາດການລົງທຶນ ການທ່ອງທ່ຽວ ຢູ່ ນະຄອນຫຼວງວຽງຈັນ ມີຄວາມຟົດຟື້ນ ພິເສດການເກັບລາຍຮັບປີນີ້ ກໍເປັນອີກປີໜຶ່ງທີ່ລື່ນແຜນການທີ່ມອບໝາຍໃຫ້ ເຊິ່ງຜົນສຳເລັດຕ່າງໆທີ່ຍາດມາໄດ້ນັ້ນແມ່ນເກີດຈາກການເອົາໃຈໃສ່ ຊີ້ນຳ-ນຳພາ ຂອງສູນກາງພັກ-ລັດຖະບານ ແລະ ການ ປະກອບສ່ວນຂອງທຸກພາກສ່ວນໃນສັງຄົມ. ໃນໂອກາດນີ້ຂໍເຊີນຊວນບັນດາທ່ານທັງພາຍໃນ ແລະ ຕ່າງປະເທດ ຈົ່ງເດີນທາງເຂົ້າມາທ່ອງທ່ຽວໃນ ສປປ ລາວ ກໍຄືນະຄອນຫຼວງວຽງຈັນ ດ້ວຍຄວາມເບີກມ່ວນຊື່ນມາສຳຜັດໃນຄວາມງາມທາງທຳມະຊາດ ມາຮຽນຮູ້ປະຫວັດສາດ ມາຊິມຣົດຊາດອາຫານເອກະລັກວຽງຈັນ ແລະ ມາສຳຜັດກັບມົນສະເໜ ຂອງນະຄອນຫຼວງວຽງຈັນ-ໄມຕຣີຈິດມິດຕະພາບອັນດູດດື່ມຈາກຊາວ ນະຄອນຫຼວງວຽງຈັນ.
ພາຍໃນງານສະຫຼອງສົ່ງທ້າຍປີເກົ່າ 2019 ຕ້ອນຮັບປີໃຫມ່ 2020 ໄດ້ມີການສະແດງສິລະປະຮ້ອງເພງ ຟ້ອນ ທີ່ສະແດງເຖິງວັດທະນະທຳທີ່ເປັນເອກະລັກສະເພາະຂອງລາວ.(ແຫຼ່ງຂໍ້ມູນ: vientianemai.net)