06:03 | 01/10/2019

ການປ່ຽນແປງທີ່ເປັນບາດລ້ຽວ ຢູ່ Sea Games 30

ການປ່ຽນແປງທີ່ເປັນບາດລ້ຽວ ຢູ່ Sea Games 30

ພາບປະກອບ

ໂດຍໄດ້ດຳເນີນໃນລະຫວ່າງ ວັນທີ 30 ພະຈິກ ຫາ ວັນທີ 10 ທັນວາ, Sea Game 30 ມີ ການແຂ່ງຂັນກິລາ 56 ປະເພດ, ດ້ວຍ ຫຼຽນຈໍານວນ 500 ຊຸດ - ນີ້ແມ່ນຕົວເລກທີ່ບັນລຸລະດັບສະຖິຕິຂອງ ງານມະຫະກຳກິລາຄັ້ງນີ້. ກ່າວຄຳເຫັນກ່ຽວກັບ ງານມະຫະກຳນີ້ ທ່ານ ເວືອງບິງທັ໊ງ, ຫົວໜ້າກົມໃຫຍ່ກິລາ - ກາຍຍະກຳ ຫວຽດນາມ ໃຫ້ຮູ້ວ່າ: Sea Games 30 ຢູ່ ຟີລິບປິນ ມີຄວາມຫຍຸ້ງຍາກທີ່ສຸດສຳລັບຄະນະນັກກິລາ ຫວຽດນາມ ຍ້ອນວ່າ ປະເທດເຈົ້າພາບຈັດງານແຂ່ງຂັນກິລາໄດ້ປະກາດວ່າ ມີ ການແຂ່ງຂັນກິລາ 56 ປະເພດ, ໃນຂະນະທີ່ ພວກເຮົາສາມາດເຂົ້າຮ່ວມການແຂ່ງຂັນກິລາພຽງແຕ່ 30 ປະເພດເທົ່ານັ້ນ.

ມີກິລາຫຼາຍປະເພດໃໝ່ເຊິ່ງພວກເຮົາບໍ່ມີ ແລະ ມັນກໍ່ແມ່ນບັນດາປະເພດກິລາພື້ນເມືອງ. ທີສອງແມ່ນບັນດາລາຍການກິລາທີ່ປະເທດເຮົາມີທ່າແຮງ ແຕ່ຄະນະຈັດຕັ້ງປະເທດເຈົ້າພາບພັດບໍ່ນຳມາເຂົ້າໃນລາຍການແຂ່ງຂັນ. ເຖິງຢ່າງໃດກໍ່ຕາມ ພວກຂ້າພະເຈົ້າຍັງຢັ້ງຢືນວ່າຈະພະຍາຍາມສູ້ຊົນໃຫ້ນອນໃນ Top ແຖວໜ້າຂອງ SEA Games. ກິລາປະເພດບານເຕະຊາຍກໍ່ມີການປ່ຽນແປງອັນໃຫຍ່ຫຼວງໃນກົດລະບຽບຄື: ສະຖານທີ່ແຂ່ງຂັນແມ່ນ ສະໜາມຫຍ້າທຽມ, ຈຳນວນນັກເຕະບານຂອງແຕ່ລະທິມຈະໄດ້ ລົງທະບຽນພຽງແຕ່ 20 ຄົນ ແທນທີ່ 23 ຄົນຄືກ່ອນນີ້.

(ແຫຼ່ງ​ຂໍ້​ມູນ​: VOV WORLD)

Link: https://huunghivietlao.thoidai.com.vn/detail-article-525.html

In bài biết