Facebook ພົບບັນຫາດ້ານກົດໝາຍ ເພາະຄຸນລັກສະນະສະແກນໃບໜ້າ
![]() |
ຮູບສັນຍາລັກຂອງເຟສບຸກ (ແຖວທຳອິດດ້ານຂວາ) ໃນໜ້າຈໍໂທລະສັບ. (ພາບ: AFP / ສຳນັກຂ່າວຫວຽດນາມ)
ສານອຸທອນ ເລກທີ 9 ຂອງລັດຖະບານກາງສະຫະລັດອາເມລິກາ ໄດ້ປະຕິເສດຄຳຮ້ອງຂໍອຸທອນຂອງເຟສບຸກ ທີ່ຈະສະກັດກັ້ນການຮ້ອງຟ້ອງຂອງກຸ່ມຜູ້ໃຊ້ Facebook ຢູ່ລັດ Illinois. ຄຳຕັດສິນຂອງສານ ຢືນຢັນວ່າ: ອັບພຣີເຄຊັ້ນສະແກນໃບໜ້າ ຂອງເຟສບຸກ ໄດ້ລະເມີດກົດໝາຍ ວ່າດ້ວຍຄວາມປອດໄພດ້ານຂໍ້ມູນຂ່າວສານ Biometric ຂອງ ລັດ Illinois, ເຊິ່ງເປັນສິ່ງທີ່ສ້າງຄວາມເສຍຫາຍ ຕໍ່ສິດຜົນປະໂຫຍດດ້ານຄວາມເປັນສ່ວນຕົວ.
ດ້ວຍສະພາບການດັ່ງກ່າວ, ສານຂ້າງເທິງ“ ໄດ້ເປີດໄຟຂຽວ” ອະນຸຍາດໃຫ້ກຸ່ມລູກຄ້າ ຢູ່ລັດ Illinois ຊຸກຍູ້ຄະດີຮ້ອງຟ້ອງຕ້ານ ເຟສບຸກ, ແລະ ຖ້າແພ້ຄະດີ, ບໍລິສັດນີ້ຈະຕ້ອງ ຮັບຄວາມເສຍຫາຍຫຼາຍຕື້ໂດລາ.
ການຟ້ອງຮ້ອງດັ່ງກ່າວໄດ້ເລີ່ມຕົ້ນມາແຕ່ ປີ 2015 ເມື່ອກຸ່ມລູກຄ້າ ຢູ່ ລັດ Illinois ໄດ້ລິເລີ່ມການຟ້ອງຮ້ອງ ຕໍ່ເຟສບຸກ ກ່ຽວຂ້ອງກັບອັບພຣີເຄຊັ້ນ ໄດ້ສ້າງເຄື່ອງໝາຍ ຂອງ ໝູ່ເພື່ອນ ໃນຮູບຂອງຜູ້ຊົມໃຊ້.
ການຕັດສິນຂອງສານ ໃນສະພາບການຂອງເຟສບຸກ ກຳລັງປະສົບກັບການວິພາກວິຈານຈາກບັນດານັກກົດໝາຍ ແລະ ຜູ້ຄຸມຄອງ ກ່ຽວກັບຄວາມເປັນສ່ວນຕົວ ແລະ ຄວາມປອດໄພດ້ານຂໍ້ມູນ. ໃນເດືອນແລ້ວນີ້, ເຟສບຸກໄດ້ຕົກລົງທີ່ຈະຈ່າຍຄ່າປັບໃໝ ເປັນຈຳນວນເງິນ 5 ຕື້ໂດລາສະຫະລັດ ໃຫ້ແກ່ຄະນະກຳມະການການຄ້າລັດຖະບານກາງສະຫະລັດ (FTC) ຈັດການກັບຂໍ້ກ່າວຫາການແບ່ງປັນຂໍ້ມູນທີ່ຜິດກົດໝາຍຂອງຂໍ້ມູນສ່ວນຕົວຂອງຜູ້ຊົມໃຊ້ ໃຫ້ບໍລິສັດທີ່ປຶກສາດ້ານການເມືອງ ອັງກິດ Cambridge Analytica ໃນປີກາຍນີ້.
(ຫັດທະບູນ)