ສະຫະລັດອາເມລິກາ ກຳລັງທົດສອບຢາວັກຊີນ ຕ້ານໄວຣັດ SARS-CoV-2
ສະຫະລັດອາເມລິກາ ໄດ້ພິຈາລະນາ ຈະນຳເຂົ້າອຸປະກອນການແພດຈາກປະເທດ ຫວຽດນາມ ເພື່ອຕ້ານພະຍາດ Covid-19 | |
ພະຍາດ COVID-19: ເສດຖະກິດ ອາຊີ ຈະປະສົບກັບຄວາມເສຍຫາຍຢ່າງຫຼວງຫຼາຍກ່ວາການລະບາດຂອງ SARS? |
ບັນດາເຈົ້າໜ້າທີ່ສາທາລະນະສຸກ ຂອງອາເມລິກາ ໄດ້ກ່າວວ່າ ວັກຊີນ 14 ຊະນິດນີ້ ໄດ້ຄັດເລືອກຈາກວັກຊີນ 93 ຊະນິດ ທີ່ຄົ້ນຄວ້າ ແລະ ປຸງແຕ່ງໂດຍ 80 ບໍລິສັດການຢາ, ເຊິ່ງເປັນສ່ວນໜຶ່ງຂອງໂຄງການຮ່ວມລະຫວ່າງບໍລິສັດການຢາເອກະຊົນ ແລະ ບັນດາອົງການຈັດຕັ້ງຂອງລັດຖະບານ ແລະກອງທັບອາເມລິກາ, ເພື່ອສົ່ງເສີມໃຫ້ເວລາການຜະລິດວັກຊີນໄດ້ສັ້ນລົງ, ເຮັດໃຫ້ເວລາສູງສຸດເປັນ 8 ເດືອນ.
![]() |
ສະຫະລັດອາເມລິກາ ກຳລັງທົດສອບຢາວັກຊີນ ຕ້ານໄວຣັດ SARS-CoV-2 ແລະ ຫວັງວ່າໄດ້ນຳໃຊ້ໃນຕົ້ນປີໜ້າ. (ພາບ: NBC) |
ບັນດາເຈົ້າໜ້າທີ່ ໃຫ້ຮູ້ວ່າໃນ ໃນອີກສອງອາທິດຕໍ່ໄປ, ຈຳນວນ 14 ຊະນິດວັກຊີນນີ້ ຈະໄດ້ຮັບການທົດລອງຕື່ມອີກ, ແລະ ພວກເຂົາຄາດວ່າຈະມີປະມານ 6 ຫາ 8 ຊະນິດຂອງໃນນັ້ນຈະໄດ້ລວມເຂົ້າໃນການທົດລອງທາງດ້ານອາການຄລີນິກຄັ້ງຕໍ່ໄປ. ເປົ້າໝາຍສຸດທ້າຍແມ່ນການສັກຢາວັກຊີນມີ 3 ຫລື 4 ຊະນິດ ທີ່ຈະໄດ້ທົດສອບຂັ້ນສຸດທ້າຍ, ກ່ອນທີ່ຈະນຳໃຊ້ໃນຕົ້ນປີໜ້າ.
ອີງຕາມບັນດາເຈົ້າໜ້າທີ່ອາເມລິກາ, ພວກເຂົາເຊື່ອໝັ້ນວ່າ ໃນບັນດາວັກຊີນດັ່ງກ່າວຈະມີຢາວັກຊີນໜຶ່ງ ຫຼື ຫຼາຍຊະນິດຈະປະສົບຜົນສຳເລັດ ແລະ ຈະໄດ້ນຳໃຊ້ຢ່າງກວ້າງຂວາງ. ຄວາມກັງວົນທີ່ໃຫຍ່ກວ່າແມ່ນ ວິທີການຜະລິດຢາວັກຊີນຢ່າງໄວ ສຳລັບຊາວອາເມລິກາ ຈຳນວນຫຼາຍກວ່າ 300 ລ້ານຄົນ.
ກ່ອນໜ້ານີ້, ທ່ານ Donal Trump ປະທານາທິບໍດີອາເມລິກາ ໄດ້ກ່າວຊົມເຊີຍໂຄງການ “Operation Warp Speed”, ໂດຍກ່າວວ່າ ໄດ້ກຳລັງຕິດຕາມກວດກາໂຄງການໂດຍກົງ ແລະ ສັນຍາວ່າຈະຊຸກຍູ້ການຜະລິດວັກຊີນ ໃນທີ່ໃຊ້ເວລາໂດຍໄວທີ່ສຸດ.
![]() | ສະຫະລັດອາເມລິກາ ໄດ້ພິຈາລະນາ ຈະນຳເຂົ້າອຸປະກອນການແພດຈາກປະເທດ ຫວຽດນາມ ເພື່ອຕ້ານພະຍາດ Covid-19 ຍສໝ - ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳອາເມລິກາ ຮ່າກິມຫງອກ ໄດ້ກ່າວຄືແນວນັ້ນ ໃນຖະແຫຼງການຕໍ່ໜັງສືພິມກ່ຽວກັບນະໂຍບາຍການນຳເຂົ້າຂອງ ສະຫະລັດອາເມລິກາ ກັບ ຫວຽດນາມ ແລະ ການຮ່ວມມືລະຫວ່າງສອງປະເທດ ໃນການປ້ອງກັນການລະບາດຂອງ Covid-19. |
![]() | ສະຫະລັດອາເມລິກາ ຊ່ວຍເຫຼືອ ຫວຽດນາມ ຮັບມືກັບການມົນລະພິດດີໂອຊິນ ຍສໝ - ເມື່ອບໍ່ດົນມານີ້, ອົງການພັດທະນາສາກົນຂອງສະຫະລັດອາເມລິກາ (USAID), ກອງທັບອາກາດ ຫວຽດນາມ ໄດ້ຈັດພິທີເລີ່ມລົງມືໂຄງການແກ້ໄຂບັນດາທາດ Dioxin ຢູ່ສະໜາມບິນ ບຽນຫ່ວາ ແລະ ໄດ້ເຊັນຂໍ້ຕົກລົງໃນການຈັດຕັ້ງປະຕິບັດໂຄງການ 65 ລ້ານໂດລາ ເພື່ອສະໜັບສະໜູນຄົນພິການ. |
![]() | ສະຫະລັດອາເມລິກາ ຊ່ວຍເຫຼືອອຸປະກອນການແພດ ສຳລັບ ສປປ.ລາວ ເພື່ອປ້ອງກັນເຊື້ອໄວຣັດ Corona ຍສໝ - ອົງການຊ່ວຍເຫລືອສາກົນຂອງສະຫະລັດອາເມລິກາ (USAID) ປະກາດວ່າ ໄດ້ສົ່ງມອບອຸປະກອນການແພດຕ່າງໆ ສຳລັບ ສປປ.ລາວ, ໃນນັ້ນມີແວ່ນຕາຄວາມປອດໄພ 440 ໜ່ວຍ ແລະ ຖົງມືການຜ່າຕັດ 1.500 ຄູ່. |
ຄຳຮຸ່ງ