13:13 | 16/05/2019

ຊຸກຍູ້ການພັດທະນາໂດຍກວມລວມກ່ຽວກັບເສດຖະກິດ ແລະ ສັງຄົມຢູ່ ອາຊີ ແລະ ເອີລົບ

ຊຸກຍູ້ການພັດທະນາໂດຍກວມລວມກ່ຽວກັບເສດຖະກິດ ແລະ ສັງຄົມຢູ່ ອາຊີ ແລະ ເອີລົບ

ຊຸກຍູ້ການພັດທະນາໂດຍກວມລວມກ່ຽວກັບເສດຖະກິດ ແລະ ສັງຄົມຢູ່ ອາຊີ ແລະ ເອີລົບ.(ພາບປະກອບ)

ເນື້ອໃນຂອງກອງປະຊຸມແມ່ນບັນຫາຊຶ່ງໄດ້ຮັບຄວາມສົນໃຈຈາກປະຊາຄົມສາກົນຢ່າງຫຼວງຫຼາຍ, ພ້ອມທັງສະແດງບົດບາດນຳໜ້າ ຂອງ ASEM, ປະກອບສ່ວນເຂົ້າຄວາມມານະພະຍາຍາມຂອງສາກົນໃນການຫັນບັນດາຄຳໝັ້ນສັນຍາກ່ຽວກັບການພັດທະນາແບບຍືນຍົງ, ກວມລວມເສດຖະກິດ - ສັງຄົມໃຫ້ປະກົດຜົນເປັນຈິງ, ປະຕິບັດໂຄງການດຳເນີນ 2030 ຂອງ ສະຫະປະຊາຊາດໃຫ້ມີປະສິດທິຜົນ.

ສຳລັບຫວຽດນາມ, ກອງປະຊຸມໄດ້ສະແດງໃຫ້ເຫັນການປະກອບສ່ວນທີ່ມີຄວາມໝາຍຂອງ ຫວຽດນາມ ໃຫ້ແກ່ຄວາມມານະພະຍາຍາມທົ່ວໂລກເວົ້າລວມ ແລະ ການຮ່ວມມື ASEM ເວົ້າສະເພາະ, ພ້ອມທັງສ້າງເງື່ອນໄຂເພື່ອເພີ່ມທະວີການຮ່ວມມືສອງຝ່າຍລະຫວ່າງ ຫວຽດນາມ ກັບ ບັນດາປະເທດສະມາຊິກ ASEM ໃຫ້ຫຼາຍກ່ວາອີກ.

(ໄຊພອນ)

Link: https://huunghivietlao.thoidai.com.vn/detail-article-496.html

In bài biết