00:54 | 15/05/2019

ປະທານາທິບໍດີອີຣ່ານ ຢ້ຽມຢາມອີຣັກ ຄັ້ງທຳອິດ

ນັບເປັນການຢ້ຽມຢາມອີຣັກຢ່າງເປັນທາງການເປັນຄັ້ງທຳອິດຂອງ ທ່ານໂຣຮານີ ຕັ້ງແຕ່ເຂົ້າຮັບຕຳແຫນ່ງປະທານາທິບໍດີອີຣ່ານໃນປີ 2013.

ປະທານາທິບໍດີອີຣ່ານ ຢ້ຽມຢາມອີຣັກ ຄັ້ງທຳອິດ

ປະທານາທິບໍດີ ຮັດຊັນ ໂຣຮານີ ຜູ້ນຳລັດຖະບານອີຣ່ານ ແລະ ປະທາທນທິບໍດີ ອີຣັກ.

ອີຣັກກຳລັງຕົກຢູ່ພາຍໃຕ້ແຮງກົດດັນຈາກອາເມຣິກາໃຫ້ຈຳກັດຄວາມສຳພັນກັບອີຣ່ານ ໂດຍສະເພາະຫຼັງຈາກອາເມຣິກາຖອນໂຕອອກຈາກຂໍ້ຕົກລົງນິວເຄຼຍລະຫວ່າງອີຣ່ານກັບ 6 ປະເທດມະຫາອຳນາດໂລກລວມເຖິງອາເມຣິກາ ແລະປະກາດຂວ້ຳບາດອີຣ່ານຄັ້ງໃຫ່ມເມື່ອປີທີ່ຜ່ານມາ.

ປະທານາທິບໍດີອີຣ່ານ ຢ້ຽມຢາມອີຣັກ ຄັ້ງທຳອິດ

ປະທານາທິບໍດີ ຮັດຊັນ ໂຣຮານີ ຜູ້ນຳລັດຖະບານອີຣ່ານ ແລະ ປະທາທນທິບໍດີ ອີຣັກ.

ອີຣັກໄດ້ຮັບການຜ່ອນຜັນໃນວົງຈຳກັດໃຫ້ຊື້ກະແສໄຟຟ້າ ແລະກ໊າສທຳມະຊາດຈາກອີຣ່ານເພື່ອນບ້ານໄດ້ຕໍ່ໄປ ໂດຍວໍຊິງຕັນຮຽກຮ້ອງໃຫ້ອີຣັກເປັນຫຸ້ນສ່ວນທຸລະກິດກັບບໍລິສັດຕ່າງໆ ຂອງອາເມຣິກາ ເພື່ອເປັນອິດສະຫຼະທາງດ້ານພະລັງງານອີຣ່ານ ເປັນຜູ້ຈັດສົ່ງສິນຄ້າອຸປະໂພກໃຫ້ອີຣັກ ລາຍໃຫ່ຍເປັນອັນດັບ 2 ຮອງຈາກຕຸຣະກີ ສິນຄ້າທີ່ອີຣັກນຳເຂົ້າຈາກອີຣ່ານສ່ວນໃຫ່ຍເປັນລົດ ກ໊າສ ເຄື່ອງໃຊ້ໃນຄົວເຮືອນ ແລະຜັກ.

ອີຣ່ານມີຄວາມສຳພັນໃກ້ຊິດແຕ່ຊັບຊ້ອນກັບອີຣັກ ໃນຖານະທີ່ປະຊາກອນສ່ວນໃຫ່ຍຂອງທັງ 2 ປະເທດເປັນຊາວມຸສລິມນິກາຍຊີອະ ອີຣ່ານ ແລະອີຣັກເຄີຍເຮັດສົງຄາມສູ້ຮົບນອງເລືອດດົນກວ່າ 7 ປີ 10 ເດືອນ ລະຫວ່າງປີ 1979-1986 ເສຍຊີວິດທັງ 2 ຝ່າຍ ທັງທະຫານ ແລະພົນລະເຮືອນຫລາຍແສນຄົນ.

(ແຫຼ່ງ​ຂໍ້​ມູນ​: ABC LAOS NEWS)

Link: https://huunghivietlao.thoidai.com.vn/detail-article-491.html

In bài biết