ຄະນະກຳມາທິການ ການເລືອກຕັ້ງ ໄທ ຕັດສິດການລົງແຂ່ງຂັນ ຊີງຕຳແໜ່ງນາຍົກ ຂອງເຈົ້າຍິງອຸບົນຣັດ
![]() |
ເຈົ້າຍິງ ອຸບົນຣັດ ແຫ່ງປະເທດໄທ.
ໄດ້ມີການກ່າວໃນຖະແຫຼງການສະບັບນຶ່ງວ່າ “ຄະນະກຳມາທິການການເລືອກຕັ້ງໄດ້ປະກາດຊື່ຂອງບັນດາຜູ້ລົງແຂ່ງຂັນ ໂດຍບໍ່ລວມມີເຈົ້າຍິງ ອຸບົນຣັດ ທີ່ຖືກສະເໜີຊື່ໂດຍພັກ ຣັກສາ ຊາດ ໄທ ນັ້ນ,” ເຂົາເຈົ້າໄດ້ກ່າວເພີ່ມວ່າ “ຍ້ອນວ່າສະມາຊິກຣາຊະວົງທຸກຄົນແມ່ນຢູ່ເໜືອການເມືອງ.”
ຖະແຫຼງການນັ້ນ ໄດ້ເວົ້າເພີ່ມເຕີມ ກ່ຽວກັບ ການເຄື່ອນໄຫວຂອງກະສັດ ໄທ ມະຫາວະຈິຣາລົງກອນ ໃນອາທິດແລ້ວນີ້ ເພື່ອທຳລາຍແຜນການຂອງເອື້ອຍຂອງເພິ່ນ, ເຈົ້າຍິງ ອຸບົນຣັດ, ອາຍຸ 67 ປີ, ທີ່ຈະເປັນຜູ້ລົງແຂ່ງຂັນເອົາຕຳແໜ່ງນາຍົກລັດຖະມົນຕີຂອງປະເທດ.
ພັກ ຣັກສາຊາດໄທ ໄດ້ປະກາດໃນວັນສຸກທີ່ຜ່ານມາວ່າ ເຈົ້າຍິງ ອຸບົນຣັດ ອາຍຸ 67 ປີ,ຈະເປັນຜູ້ຖືກສະເໜີຊື່ສຳລັບການແຂ່ງຂັນເອົາຕຳແໜ່ງນາຍົກລັດຖະມົນຕີຂອງພັກໃນການເລືອກຕັ້ງໃນວັນທີ 24 ມີນານີ້.
ຄວາມຫວັງທາງການເມືອງຂອງເຈົ້າຍິງ ອຸບົນຣັດ ໄດ້ຖືກທຳລາຍເກືອບວ່າໃນທັນທີທັນໃດ ເມື່ອກະສັດໄທ ໄດ້ອອກຖະແຫຼງການສັ້ນໂດຍເວົ້າວ່າ ການລົງແຂ່ງຂັນຂອງເອື້ອຍຂອງເພິ່ນແມ່ນ “ບໍ່ເໝາະສົມເປັນຢ່າງສູງ” ແລະ ຂັດກັບປະເພນີ ແລະ ວັດທະນະທຳແຫ່ງຊາດ.
ໃນວັນເສົາທີ່ຜ່ານມາ, ພັກ ຣັກສາຊາດໄທ ໄດ້ສາບານຄວາມຈົງຮັກພັກດີຕໍ່ເຈົ້າຊີວິດ,ທີ່ກ່າວໃນຖະແຫຼງການສະບັບນຶ່ງວ່າ ເຂົາເຈົ້າ “ຈະປະຕິບັດຕາມການບັນຊາຂອງກະສັດ.”
ໃນຮູບທີ່ເອົາລົງໃນອິນສຕາແກຣມເມື່ອວັນເສົາທີ່ຜ່ານມານັ້ນ, ເຈົ້າຍິງ ໄດ້ກ່າວຂອບໃຈຜູ້ສະໜັບສະໜູນຂອງເພິ່ນ ສຳລັບ “ຄວາມຮັກ ແລະ ນ້ຳໃຈ” ຂອງເຂົາເຈົ້າ ໂດຍບໍ່ໄດ້ເວົ້າເຖິງນ້ອງຊາຍຂອງເພິ່ນ ຫຼື ການທຳລາຍແຜນການທາງການເມືອງຂອງເພິ່ນ,ແລະ ໄດ້ສະແດງຄວາມປາຖະໜາຢາກເຫັນປະເທດຂະຫຍາຍສິດທິ ແລະ ໂອກາດຕ່າງໆໃຫ້ປະຊາຊົນຂອງເຂົາເຈົ້າ.
ປະເທດ ໄທ ຈະຈັດການເລືອກຕັ້ງໃນວັນທີ 24 ມີນາ, ເປັນຄັ້ງທຳອິດນັບຕັ້ງແຕ່ການກໍ່ລັດຖະປະຫານຂອງທະຫານໃນປີ 2014, ນາຍົກລັດຖະມົນຕີ ປຣະຢຸດ ຈັນໂອຊາ, ນາຍພົນຜູ້ທີ່ນຳໜ້າການກໍ່ລັດຖະປະຫານນັ້ນ ກໍແມ່ນຜູ້ລົງແຂ່ງຂັນຄົນນຶ່ງ ເພື່ອຮັກສາຕຳແໜ່ງຂອງທ່ານໄວ້ ແລະ ເປັນຕົວເລືອກທີ່ດີທີ່ສຸດຂອງກອງທັບ.
(ຫັດທະບູນ)