00:54 | 14/05/2019

ຣັດເຊຍ ປະກາດພ້ອມຊ່ວຍເວເນຊຸເອລາ ແກ້ວິກິດ ເຕືອນອາເມຣິກາ ຢ່າແຊກແຊງ

ຣັດເຊຍ ປະກາດພ້ອມຊ່ວຍເວເນຊຸເອລາ ແກ້ວິກິດ ເຕືອນອາເມຣິກາ ຢ່າແຊກແຊງ

ທ່ານເຊິຣເກ ລາຟຣອຟ ລັດຖະມົນຕີວ່າການກະຊວງການຕ່າງປະເທດຣັດເຊຍ.

ດ້ານທ່ານເຊິຣເກ ລາຟຣອຟ ລັດຖະມົນຕີວ່າການກະຊວງການຕ່າງປະເທດຣັດເຊຍ ເຕືອນລະຫວ່າງໂທລະສັບສົນທະນາກັບທ່ານໄມຄ ປອມເປໂອ ລັດຖະມົນຕີວ່າການກະຊວງການຕ່າງປະເທດອາເມຣິກາ ເມື່ອຄ່ຳວານນີ້ (12 ກຸມພາ) ວ່າ ອາເມຣິກາບໍ່ຄວນແຊກແຊງກິດຈະການພາຍໃນເອເນຊຸເອລາໂດຍສະເພາະການແຊກແຊງດ້ວຍກຳລັງທະຫານແລະວ່າຣັດເຊຍພ້ອມປະຊຸມຫາລືສະຖານະການເວເນຊຸເອລາຕາມແນວທາງຂອງກົດບັດສະຫະປະຊາດ (ຢູເອັນ).

ທ່ານວາຊິລີ ນີບິນເຊຍ ເອກອັກຄະລັດຖະທູດຣັດເຊຍປະຈຳຢູເອັນກ່າວເຖິງເລື່ອງທີ່ອາເມຣິກາຍື່ນຍັດຕິຕໍ່ຢູເອັນຮຽກຮ້ອງໃຫ້ເວເນຊຸເອລາຈັດການເລືອກຕັ້ງປະທານາທິບໍດີຢ່າງເສລີເປັນທຳແລະເຊື່ອຖືໄດ້ໂດຍໃຫ້ນານາຊາດເຂົ້າໄປສັງເກດການວ່າເປັນການກະທຳທີ່ບໍ່ສົມຄວນຢ່າງຍິ່ງ ຣັດເຊຍກຳລັງຫາລືເລື່ອງຍື່ນຍັດຕິຄ້ານ.

(ແຫຼ່ງ​ຂໍ້​ມູນ​: ABC LAOS NEWS)

Link: https://huunghivietlao.thoidai.com.vn/detail-article-483.html

In bài biết