12:41 | 28/03/2020

ກະຊວງສາທາລະນະສຸກ ຫວຽດນາມ: ຜູ້ປ່ວຍ COVID-19 ໄດ້ຮັບການປິ່ນປົວສຸຂະພາບຟື້ນຟູເປັນ ປົກກະຕິແລ້ວຕື່ມອີກ 6 ຄົນ, ໄດ້ອອກໂຮງໝໍຕື່ມອີກ 3 ຄົນ

ທ່ານນາງ ໂງທິກິມອ໊ຽນ, ຫົວໜ້າພະແນກສາທາລະນະສຸກ ນະຄອນດ່ານັ້ງ, ໃຫ້ຮູ້ວ່າ ຄົນເຈັບທັງ 3 ຄົນແມ່ນຜູ້ທີ 22, 23 ແລະ 35 ເຊິ່ງໄດ້ຮັບການປິ່ນປົວຫາຍດີແລ້ວ, ຈະສືບຕໍ່ໄດ້ແຍກຕົວຢູ່ຮາກຖານພັກພາອາໄສ, ຢູ່ເຮືອນໃນຮອບເວລາ 14 ວັນຕື່ມອີກ.

ກະຊວງສາທາລະນະສຸກ ຫວຽດນາມ: ຜູ້ປ່ວຍ COVID-19 ໄດ້ຮັບການປິ່ນປົວສຸຂະພາບຟື້ນຟູເປັນ ປົກກະຕິແລ້ວຕື່ມອີກ 6 ຄົນ, ໄດ້ອອກໂຮງໝໍຕື່ມອີກ 3 ຄົນ

ຜູ້ປ່ວຍ COVID-19 ໄດ້ຮັບການປິ່ນປົວສຸຂະພາບຟື້ນຟູເປັນປົກກະຕິແລ້ວ ແລະ ໄດ້ອອກໂຮງໝໍໃນວັນທີ 27 ມີນາ. (ພາບ: TTXVN)

ໃນຈຳນວນ 153 ກໍລະນີຕິດໂລກລະບາດ COVID-19, ໄດ້ມີ 17 ກໍລະນີເຊົາເຈັບ ແລະ ນຳອອກ ໂຮງໝໍ. ຄົນເຈັບຈຳນວນ 136 ຄົນທີ່ຕິດໂລກລະບາດ COVID-19 ກຳລັງໄດ້ຕິດຕາມກວດກາ.

ທ່ານນາງ ໂງທິກິມອ໊ຽນ, ຫົວໜ້າພະແນກສາທາລະນະສຸກ ນະຄອນດ່ານັ້ງ ສະແດງຄວາມປິຕິຊົມຊື່ນຕໍ່ຄົນເຈັບທີ່ໄດ້ອອກໂຮງໝໍ, ຂະແໜງສາທາລະນະສຸກ ແລະ ນະຄອນດ່ານັ້ງ. ສິ່ງສຳຄັນທີ່ສຸດ ແມ່ນ ທ່ານໝໍ ແລະ ນາຍແພດຊັ້ນຕົ້ນທັງໝົດ ໄດ້ເຫັນຄວາມຟົດຟື້ນຫ້າວຫັນ ແລະ ສຸດອົກສຸດໃຈຂອງອ້າຍເອື້ອຍນ້ອງຂະແໜງສາທາລະນະສຸກ ໃນວຽກງານປິ່ນປົວພະຍາດ Covid -19.

(ຄຳຮຸ່ງ)

Link: https://huunghivietlao.thoidai.com.vn/detail-article-4742.html

In bài biết