06:18 | 29/03/2020

ແຂວງກວາງນາມ ໄດ້ປິດທັງໝົດປະຕູຊາຍແດນ ຫວຽດນາມ - ລາວ ຍ້ອນການລະບາດຂອງພະຍາດ Covid 19

ວັນທີ 27 ມີນາ, ຄະນະຊີ້ນໍາປ້ອງກັນ ແລະ ຄວບຄຸມພະຍາດ COVID-19 ແຂວງກວາງນາມໃຫ້ຮູ້ວ່າ, ທ່ານ ເລິຈິແທ່ງ ປະທານຄະນະກໍາມະການປະຊາຊົນແຂວງ ໄດ້ອອກແຈ້ງການຊົ່ວຄາວ ເພື່ອປິດປະຕູຊາຍແດນຢູ່ຊາຍແດນ ຫວຽດນາມ - ລາວ ແຕ່ວັນທີ 27 ມີນາ ຮອດ 20 ເມສາ.

ແຂວງກວາງນາມ ໄດ້ປິດທັງໝົດປະຕູຊາຍແດນ ຫວຽດນາມ - ລາວ ຍ້ອນການລະບາດຂອງພະຍາດ Covid 19

ກອງບັນຊາການທະຫານຊາຍແດນແຂວງ ກວາງນາມ ຈະສຸມໃສ່ການຜັນຂະຫຍາຍກຳລັງ ເພື່ອຄວບຄຸມເສັ້ນຊາຍແດນຕິດກັບເມືອງນ້ຳຢາງ ແລະ ເມືອງໄຕຢາງ. (ພາບ: tuoitre.vn)

ພ້ອມດຽວກັນນັ້ນ, ກອງບັນຊາການທະຫານຊາຍແດນແຂວງ ກວາງນາມ ຈະສຸມໃສ່ການຜັນຂະຫຍາຍກຳລັງ ເພື່ອຄວບຄຸມເສັ້ນຊາຍແດນຕິດກັບເມືອງນ້ຳຢາງ ແລະ ເມືອງໄຕຢາງ. ຢູ່ແຕ່ລະປ້ອມປັກຫຼັກ, ທະຫານຊາຍແດນແຂວງ ໄດ້ຕັ້ງຕູບຄ້າຍ, ນອນໃນປ່າ ເພື່ອກວດກາຜູ້ໂດຍສານໂດຍກົງ ແລະ ວັດແທກອຸນຫະພູມຮ່າງກາຍ ແລະ ນຳພາພວກເຂົາໄປເຂດແຍກຕົວ.

(ຄຳຮຸ່ງ)

Link: https://huunghivietlao.thoidai.com.vn/detail-article-4741.html

In bài biết