06:16 | 27/03/2020

ຫວຽດນາມ​ຄັດຄ້ານ​ ຈີນ ສ້າງຕັ້ງປ້ອມຄົ້ນຄວ້າສອງບ່ອນ ຢູ່ ໝູ່ເກາະເຈື່ອງຊາ

ຫວຽດນາມ​ຄັດຄ້ານ​ ຈີນ ສ້າງຕັ້ງປ້ອມຄົ້ນຄວ້າສອງບ່ອນ ຢູ່ ໝູ່ເກາະເຈື່ອງຊາ

ຫວຽດນາມ​ຄັດຄ້ານ​ ຈີນ ສ້າງຕັ້ງປ້ອມຄົ້ນຄວ້າສອງບ່ອນ ຢູ່ ໝູ່ເກາະເຈື່ອງຊາ.(ພາບ:CSIS)

ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດຫວຽດນາມ ຢັ້ງຢືນວ່າ ນີ້ແມ່ນການກະທໍາຜິດກົດໝາຍ ແລະ ຮຽກຮ້ອງໃຫ້ຈີນຢຸດຕິບັນດາການກະທໍາທີ່ໄປຝືນກັບຜົນປະໂຫຍດຂອງປະຊາຊົນສອງປະເທດ ແລະ ຢຸດຕິການເຮັດໃຫ້ສະພາບການຢູ່ທະເລຕາເວັນອອກສັບສົນຂຶ້ນຕື່ມ.ຫວຽດນາມມີຫຼັກຖານດ້ານນິຕິກໍາ ແລະ ພະຍານຫຼັກຖານທາງປະຫວັດສາດຢ່າງຄົບຖ້ວນ ເພື່ອຢັ້ງຢືນອະທິປະໄຕສໍາລັບ 2 ໝູ່ເກາະ ເຈື່ອງຊາ ແລະ ຮວ່າງຊາ ແມ່ນສອດຄ່ອງກັບກົດໝາຍສາກົນ. ຕາມນັ້ນແລ້ວ, ທຸກການເຄື່ອນໄຫວຢູ່ 2 ໝູ່ເກາະດັ່ງກ່າວ ຕ້ອງໄດ້ຮັບການອະນຸຍາດຈາກຫວຽດນາມ.

(ໄຊພອນ)

Link: https://huunghivietlao.thoidai.com.vn/detail-article-4734.html

In bài biết