06:07 | 25/03/2020

ບັນດາອົງການຕາງໜ້າທາງການທູດຂອງຫວຽດນາມ ປະຈໍາຕ່າງປະເທດ ສືບຕໍ່ໜູນຊ່ວຍພົນລະເມືອງ ຫວຽດນາມ

ພົນລະເມືອງ ຫວຽດນາມ 35 ຄົນ, ສ່ວນຫລາຍແມ່ນນັກຮຽນ, ນັກສຶກສາພວມກັບເມືອປະເທດ ເຊິ່ງຜ່ານແດນຢູ່ສະໜາມບິນ Changi, ສິງກະໂປ ຖືກຕິດຄ້າງ ບໍ່ສາມາດກັບເມືອປະເທດໄດ້ ຍ້ອນບໍລິສັດການບິນ Singapore Airlines ໂຈະຖ້ຽວບິນໂດຍບໍ່ແຈ້ງກ່ອນ. ທ່ານນາງ ຕ່າວທິແທັງເຮືອງ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ສິງກະໂປ ໃຫ້ຮູ້ວ່າ: ເມື່ອໄດ້ຮັບຂ່າວດັ່ງກ່າວ, ສະຖານທູດ ຫວຽດນາມ ໄດ້ມີຈົດໝາຍທາງການໃນທັນທີ ເພືຶ່ອສະເໜີບໍລິສັດການບິນ Singapore Airlines ມີມາດຕະການແກ້ໄຂໃຫ້ເໝາະສົມ, ຮັບປະກັນຜົນປະໂຫຍດໃຫ້ບັນດາພົນລະເມືອງ ຫວຽດນາມ.

ບັນດາອົງການຕາງໜ້າທາງການທູດຂອງຫວຽດນາມ ປະຈໍາຕ່າງປະເທດ ສືບຕໍ່ໜູນຊ່ວຍພົນລະເມືອງ ຫວຽດນາມ

ບັນດາອົງການຕາງໜ້າທາງການທູດຂອງຫວຽດນາມ ປະຈໍາຕ່າງປະເທດ ສືບຕໍ່ໜູນຊ່ວຍພົນລະເມືອງ ຫວຽດນາມ.(ພາບປະກອບ:thanhnien.vn)

ສະຖານກົງສູນໃຫຍ່ ຫວຽດນາມ ປະຈຳ San Francisco ໃຫ້ຮູ້ວ່າ: ບັນດາອົງການຕາງໜ້າຂອງ ຫວຽດນາມ ປະຈຳ ອາເມລິກາ ໄດ້ຕິດຕໍ່ກັບນັກສຶກສາຢ່າງຮີບດ່ວນ ເພື່ອຊອກຫາຂໍ້ມູນຂ່າວສານ, ເປັນເຈົ້າການແລກປ່ຽນກັບບັນດາອົງການເຈົ້າໜ້າທີ່ຂອງປະເທດປະຈຳຖິ່ນ, ບັນດາບໍລິສັດການບິນ ເພື່ອຊອກຫາຖ້ຽວບິນເໝາະສົມ, ນຳສົ່ງນັກສຶກສາກັບເມືອປະເທດ.

ກະຊວງການຕ່າງປະເທດຫວຽດນາມ ໄດ້ໃຫ້ຄໍາຕັກເຕືອນແກ່ພົນລະເມືອງຫວຽດນາມ ກ່ຽວກັບການໄປ - ມາ, ພິເສດແມ່ນຕັກເຕືອນໃຫ້ພົນລະເມືອງ ຈົ່ງຈໍາກັດການໄປ - ມາລະຫວ່າງບັນດາປະເທດ ແລະ ກັບຄືນຫວຽດນາມໃນຈຸດເວລາປັດຈຸບັນ, ປະຕິບັດຕາມມາດຕະການປ້ອງກັນ ແລະ ສະກັດກັ້ນໂລກລະບາດຢູ່ປະເທດປະຈໍາຖິ່ນ. ກໍລະນີທີ່ຕ້ອງການຮັບການຊ່ວຍໜູນ, ສະເໜີພົນລະເມືອງຫວຽດນາມ ຕິດຕໍ່ພົວພັນຕາມໂທລະສັບສາຍດ່ວນ ທີ່ຖືກລົງທາງເວັບໄຊຂອງບັນດາອົງການຕາງໜ້າທາງການທູດຂອງຫວຽດນາມ ປະຈໍາຕ່າງປະເທດ ຫຼື ໂທລະສັບເຖິງສູນປົກປ້ອງພົນລະເມືອງ - ສະຖານກົງສູນຄື: +84 981 848484.

(ໄຊພອນ)

Link: https://huunghivietlao.thoidai.com.vn/detail-article-4716.html

In bài biết