ກິນຢາ chloroquine ໂດຍຕາມໃຈຕົນເອງ ຈະເຮັດໃຫ້ຄົນເຮົາເສຍຊີວິດ
ສະຖານີໂທລະທັດ CNBC (USA) ກ່າວວ່າ: ຍ້ອນຂາດຄວາມຮູ້, ມີຄູ່ຜົວເມຍທີ່ລັດ Arizona (ອາເມລິກາ) ໄດ້ນຳໃຊ້ຢາ chloroquin phosphate (ຄືຢາຕ້ານໄຂ້ຍຸງ) ເພື່ອປ້ອງກັນບໍ່ໃຫ້ຕິດແປດພະຍາດ COVID-19. ຜົນຮ້າຍຂອງການຂາດຄວາມຮູ້ ແລະ ກິນຢາຕາມໃຈຕົນເອງຄືແນວນັ້ນ ແມ່ນເຮັດໃຫ້ ຜູ້ເປັນຜົວຖືກເສຍຊີວິດ, ຜູ້ເປັນເມຍກໍ່ເປັນອັນຕະລາຍຫຼາຍ.
ອີງຕາມການໃຫ້ການສຳພາດກັບ CNBC, ຜູ້ເປັນເມຍກ່າວວ່າ ນາງໄດ້ເບິ່ງຂໍ້ມູນຢູ່ໂທລະພາບກ່ຽວກັບຜົນປະໂຫຍດທີ່ເປັນໄປໄດ້ຂອງທາດປະສົມ chloroquine phosphate ໃນການປິ່ນປົວ COVID-19. ນາງຈື່ໄດ້ວ່າມີຢານີ້ຢູ່ໃນເຮືອນຂອງນາງ ແລະ ຫຼັງຈາກນັ້ນ, ສອງຜົວເມຍ ກິນຢາ chloroquine phosphate ນໍາກັນ.
![]() |
ພາບປະກອບ.
ສະນັ້ນ, ພາຍໃນເວລາ 20 ນາທີຫຼັງຈາກການກິນຢາ, ທັງສອງຄົນຮູ້ສຶກເປັນລາຍຕາ, ວິນຫົວ, ອົວະຮາກ ແລະ ຫຼັງຈາກນັ້ນກໍ່ຫາຍຍາກ. ຜູ້ເປັນເມຍໄດ້ໂທຫາສາຍດ່ວນ 911, ແຕ່ເມື່ອທັງສອງຖືກນຳສົ່ງໄປໂຮງໝໍ, ຜູ້ເປັນຜົວຖືກເສຍຊີວິດ.
ໃນປະຈຸບັນ, ການສຶກສາເບື້ອງຕົ້ນບາງຢ່າງສະແດງໃຫ້ເຫັນວ່າ ທາດປະສົມ chloroquine ໄດ້ຫວັງວ່າ ຈະເປັນການປິ່ນປົວທີ່ໜ້າໃຊ້ໄດ້ ສຳລັບການປ້ອງກັນ ຫຼື ການປິ່ນປົວພະຍາດ COVID-19. ເຖິງຢ່າງໃດກໍ່ຕາມ, ບໍ່ມີຢາໃດໆທີ່ໄດ້ຮັບການອະນຸມັດຢ່າງເປັນທາງການ.
ຢູ່ປະເທດຫວຽດນາມ, ອົງການຄວບຄຸມການຢາ (ກະຊວງສາທາລະນະສຸກ ຫວຽດນາມ) ຍັງໄດ້ອອກ ຄຳຮຽກຮ້ອງວ່າ ໄດ້ຂາຍແຕ່ຢາປົວໄຂ້ຍຸງໃຫ້ແກ່ຜູ້ມີໃບສັ່ງແພດເທົ່ານັ້ນ, ປະຕິບັດຢ່າງເຂັ້ມງວດກັບສະຖານທີ່ຂາຍຢາເກີນຂອບເຂດ, ຍ້ອນປະຊາຊົນ ຊື້ເກັບກຳຢາຕ້ານໄຂ້ຍຸງ ເພື່ອຄຶດວ່າຢາປະເພດນີ້ສາມາດປ້ອງກັນ ແລະ ຕ້ານພະຍາດ COVID-19 ໄດ້.
(ຄຳຮຸ່ງ)