08:46 | 05/05/2019

ຜູ້ນຳເວເນຊູເອລາ ກ່າວປຸກໃຈທະຫານໃນກອງທັບ ໃຫ້ກຽມພ້ອມຮັບມືກັບການຮຸກຮານຂອງສັດຕູພາຍນອກ

ຜູ້ນຳເວເນຊູເອລາ ກ່າວປຸກໃຈທະຫານໃນກອງທັບ ໃຫ້ກຽມພ້ອມຮັບມືກັບການຮຸກຮານຂອງສັດຕູພາຍນອກ

ຜູ້ນຳນຳເວເນສຸເອລ້າ ແລະ ກອງທັບ.

ການຖະແຫຼງດັ່ງກ່າວຂອງລັດຖະມົນຕີກະຊວງການຕ່າງປະເທດສະຫະລັດ ອາເມຣິກາ ເກີດຂຶ້ນໃນເວລາດຽວກັນກັບທີ່ທ່ານ ຮວນ ກວຍໂດ ຜູ້ນຳຝ່າຍຄ້ານ ແລະ ທັງເປັນປະທານສະພາແຫ່ງຊາດຂອງເວເນຊູເອລາ ທີ່ປະສະຖາປະນາຕົນເອງຂຶ້ນມາເປັນຜູ້ນຳຄູ່ຂະໜານ ກັບທ່ານ ນິໂຄຣັສ ມາດູໂຣ ປະທານາທິບໍດີເວເນຊູເອລາ ເມື່ອເດືອນມັງກອນ ທີ່ຜ່ານມາ ແລະ ກ່າວອ້າງວ່າໄດ້ຮັບການສະໜັບສະໜູນຈາກຫຼາຍກວ່າ 50 ປະເທດນຳໂດຍ ອາເມຣິກາ ປະລາໄຊຈາກການປຸກລະດົມປະຊາຊົນໃຫ້ລຸກຮືຂຶ້ນຄັ້ງໃຫຍ່ ເພື່ອຕໍ່ຕ້ານອຳນາດລັດຖະບານ ພາຍໃຕ້ການນຳຂອງທ່ານ ນິໂຄຣັສ ມາດູໂຣ ທີ່ໂຮມຊຸມນຸມກັນເມື່ອວັນທີ 1 ພຶດສະພາ ທີ່ຜ່ານມາບໍ່ປະສົບຄວາມສຳເລັດ.

ຂະນະທີ່ທ່ານ ນິໂຄຣັສ ມາດູໂຣ ໄດ້ເດີນທາງໄປຍັງລັດໂກເຮເດສ ພາກກາງຂອງປະເທດ ເພື່ອຢ້ຽມຢາມທະຫານທີ່ປະຈຳການຢູ່ຖານທັບແຫ່ງດັ່ງກ່າວ ໂດຍທ່ານ ນິໂຄລັສ ມາດູໂຣ ເດີນທາງໄປພ້ອມກັບທ່ານ ພົນເອກ ວະລາດິເມຍ ປາດຼິໂນ ໂລເປສ ລັດຖະມົນຕີກະຊວງປ້ອງກັນປະເທດ ພ້ອມທັງກ່າວປຸກໃຈທ່າມກາງທະຫານຫຼາຍກວ່າ 5.000 ຄົນ ໃຫ້ມີຄວາມໄວ້ວາງໃຈເຊິ່ງກັນ ແລະ ກັນ ແລະ ຮັກສາອະທິປະໄຕຂອງຊາດໃຫ້ຫຼຸດພົ້ນອອກຈາກການຮຸກຮານຂອງສັດຕູພາຍນອກ.

(ແຫຼ່ງ​ຂໍ້​ມູນ​: ABC LAOS NEWS)

Link: https://huunghivietlao.thoidai.com.vn/detail-article-468.html

In bài biết