22:36 | 21/03/2020

ສະຖານທູດຫວຽດນາມ ຢູ່ ຕ່າງປະເທດ ໜູນຊ່ວຍຊາວຫວຽດນາມຮັບມືກັບໂລກລະບາດ Covid-19

ສະຖານທູດ ຫວຽດນາມ ປະຈຳ ສະວິດ ກໍ່ສະໜອງຂໍ້ມູນທີ່ເປັນ ປະໂຫຍດ ເມື່ອກັບຄືນມາ ຫວຽດນາມ ໃນໄລຍະເກີດໂລກລະບາດຄືໃນປະຈຸບັນ. ບັນດາກໍລະນີເຂົ້າເມືອງ ຫວຽດນາມ ຕ້ອງຜ່ານການກວດສຸຂະພາບ ແລະ ປະຕິບັດບັນດາມາດຕະການປ້ອງກັນ, ສະກັດກັ້ນໂລກລະບາດ, ແຍກຕົວໃຫ້ເໝາະສົມກັບຂໍ້ກຳນົດທີ່ພວມປະກາດໃຊ້ຂອງ ຫວຽດນາມ.

ສະຖານທູດຫວຽດນາມ ຢູ່ ຕ່າງປະເທດ ໜູນຊ່ວຍຊາວຫວຽດນາມຮັບມືກັບໂລກລະບາດ Covid-19

ພາບປະກອບ

ສະຖານທູດ ຫວຽດນາມ ປະຈຳ ສະວິດ ໄດ້ຕັກເຕືອນໃຫ້ພົນລະເມືອງ ຫວຽດນາມທີ່ ພວມດຳລົງຊີວິດ, ເຮັດວຽກ, ຮ່ຳຮຽນຢູ່ ສະວິດ ປະຕິບັດບັນດາຂໍ້ກຳນົດກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດຢ່າງເຂັ້ມງວດ ເຊິ່ງອຳນາດການປົກຄອງ ແລະ ອົງການສາທາລະນະສຸກປະເທດປະຈຳຖິ່ນໄດ້ປະກາດໃຊ້.

ໃນບົດບາດເປັນປະທານ ອາຊຽນ 2020, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບີ່ງມິງ ໄດ້ແຈ້ງໃຫ້ຊາບກ່ຽວກັບຄວາມມານະພະຍາຍາມໃນການຮັບມືຢ່າງເປັນເຈົ້າການ, ທັນການຂອງ ອາຊຽນ ເມື່ອໂລກລະບາດເກີດຂຶ້ນຕາມເນື້ອໃນຈິດໃຈ “ສະໜິດຕິດພັນ ແລະ ເປັນເຈົ້າການຮັບມື” ຂອງ ອາຊຽນ 2020. ທ່ານຮອງນາຍົກລັດຖະມົນຕີ ຟ້າມບີ່ງມິງ ຢັ້ງຢືນວ່າ: ຫວຽດນາມ ຈະສືບຕໍ່ຍູ້ແຮງການຮ່ວມຢ່າງແໜ້ນແຟ້ນກັບບັນດາປະເທດ ອາຊຽນ, ບັນດາຄູ່ຮ່ວມມືຂອງ ອາຊຽນ, ອົງການອະນາໄມໂລກ ແລະ ປະຊາຄົມສາກົນ ແນໃສ່ຍູ້ໂລກລະບາດ Covid-19 ໃຫ້ຖອຍໄປ, ຮັບປະກັນຊີວິດການເປັນຢູ່ຂອງປະຊາຊົນໃຫ້ມີຄວາມສະຫງົບສຸກ ແລະ ພັດທະນາເປັນປົກກະຕິຂອງບັນດາປະເທດ.

ໄລ່ຮອດ 8 ໂມງ 30 ນາທີ່ຂອງວັນທີ 21 ມີນາ (ຕາມເວລາ ຫວຽດນາມ), ປັດຈຸບັນໃນທົ່ວໂລກມີຜູ້ຕິດເຊື້ອພະຍາດ Covid – 19 ແມ່ນ 275.741 ຄົນແລະ ມີຜູ້ເສຍຊີວິດຍ້ອນ Covid – 19 ແມ່ນ 11.397 ຄົນ. ຈຳນວນຄົນເຈັບທີ່ໄດ້ຮັບການຟື້ນຟູແມ່ນ 91.912 ຄົນ. ໂລກລະບາດໄດ້ແຜ່ລາມອອກສູ່ 163 ປະເທດ ແລະ ເຂດແຄ້ວນ.

(ໄຊພອນ)

Link: https://huunghivietlao.thoidai.com.vn/detail-article-4672.html

In bài biết