11:47 | 21/03/2020

ຫວຽດນາມ ຊົມເຊີຍສະເຫຼີມສະຫຼອງ 65 ປີແຫ່ງວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ

ໃນການຕ້ອນຮັບ, ທ່ານ ຫງວຽນບ໊າຮູ່ງ, ເອກອັກຄະລັດຖະທູດຫວຽດນາມ ປະຈຳ ສປປ.ລາວ ເປັນກຽດໄດ້ສົ່ງໂທລະເລກອວຍພອນ ຂອງຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ເຖິງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ໄດ້ມອບບັນດາຊໍ່ດອກໄມ້ຂອງທ່ານເລຂາທິການໃຫຍ່ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ, ເຖິງ ທ່ານບຸນຍັງວໍລະຈິດ, ເລຂາທິການໃຫຍ່ປະທານປະເທດລາວ, ທ່ານ ຄຳໄຕສີພັນດອນ, ອະດີດປະທານພັກປະຊາຊົນປະຕິວັດລາວ, ອະດີດປະທານປະເທດລາວ; ທ່ານ ຈູມມາລີ ໄຊຍະສອນ, ອະດີດເລຂາທິການໃຫຍ່, ອະດີດປະທານປະເທດລາວ.

ທ່ານເອກອັກຄະລັດຖະທູດ ຫງວຽນບ໊າຮູ່ງ ໄດ້ເນັ້ນໜັກວ່າ ພັກກອມມູນິດ ຫວຽດນາມ ແລະ ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ ໄດ້ມີຕົ້ນກຳເນີດມູນເຊື້ອຄືກັນ, ມີພາລະກິດປະຫວັດສາດອັນດຽວກັນໃນການ ນຳພາປະຊາຊົນຂອງສອງປະເທດ ໄດ້ຕໍ່ສູ້ເພື່ອເອກະລາດແຫ່ງຊາດ ແລະ ສ້າງປະເທດໃຫ້ນັບມື້ນັບຈະເລີນຮຸ່ງເຮືອງ. ທ່ານເອກອັກຄະລັດຖະທູດ ຫງວຽນບ໊າຮູ່ງ ໄດ້ຢັ້ງຢືນວ່າ ຫວຽດນາມ ມີຄວາມສະເໜີຕົ້ນສະເໝີປາຍ, ຍາມໃດກໍ່ຖືເປັນສຳຄັນແລະຢຶດໝັ້ນຕໍ່ການຮັກສາ, ເພີ່ມພູນຄູນສ້າງການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດແລະການຮ່ວມມືຮອບດ້ານລະຫວ່າງຫວຽດນາມ - ລາວ, ລາວ - ຫວຽດນາມ.

ຫວຽດນາມ ຊົມເຊີຍສະເຫຼີມສະຫຼອງ 65 ປີແຫ່ງວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ

ທ່ານ ຫງວຽນບ໊າຮູ່ງ, ເອກອັກຄະລັດຖະທູດຫວຽດນາມ ປະຈຳ ສປປ.ລາວ ໄດ້ມອບບັນດາຊໍ່ດອກໄມ້ ສະເຫຼີມສະຫຼອງ 65 ປີແຫ່ງວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ.

ພາບ: (nhandan.com.vn)

ສ່ວນທ່ານນາງ ສູນທອນ ໄຊຍະຈັກ ຢືນຢັນວ່າການຮ່ວມມືລະຫວ່າງສອງພັກໃນປັດຈຸບັນ ໄດ້ນັບມື້ນັບເຂົ້າສູ່ລວງເລິກ, ມີປະສິດທິຜົນ ແລະ ແທດຈິງ. ທ່ານນາງ ສູນທອນ ໄຊຍະຈັກ ໃຫ້ຮູ້ວ່າພັກ, ລັດແລະປະຊາຊົນລາວໃຫ້ຄຳໝັ້ນສັນຍາວ່າຈະປະຕິບັດຈົນສຸດຄວາມສາມາດຂອງຕົນເພື່ອປັບປຸງແລະຮັດແໜ້ນການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດແລະການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດແລະປະຊາຊົນສອງປະເທດໃຫ້ຫຼາຍກ່ວາອີກ, ຊ່ວຍໃຫ້ການພົວພັນນີ້ນັບມື້ນັບສະໜິດຕິດພັນ, ມີປະສິດທິຜົນແລະນຳເອົາຜົນປະໂຫຍດຢ່າງແທດຈິງມາໃຫ້ປະຊາຊົນຂອງທັງສອງປະເທດ.

(ຄຳຮຸ່ງ)

Link: https://huunghivietlao.thoidai.com.vn/detail-article-4671.html

In bài biết