17:05 | 19/03/2020

ລາວ ເປີດນຳໃຊ້ລະບົບທັນສະໄໝ ກວດຄົນ ເຂົ້າ-ອອກເມືອງ

ລາວ ເປີດນຳໃຊ້ລະບົບທັນສະໄໝ ກວດຄົນ ເຂົ້າ-ອອກເມືອງ

ທ່ານ ສາຍສະໝິງ ສີວິ​​ໄລ ຫົວໜ້າກົມ​ຕຳຫລວດ​ກວດ​ຄົນ​ເຂົ້າ​ເມື​ອງ ກະຊວງປ້ອງກັນຄວາມສະຫງົບ

ທ່ານ ສາຍສະໝິງ ສີວິ​​ໄລ ຫົວໜ້າກົມ​ຕຳຫລວດ​ກວດ​ຄົນ​ເຂົ້າ​ເມື​ອງ ກະຊວງປ້ອງກັນຄວາມສະຫງົບ ​ລາຍ​ງານ​ໃຫ້​ຮູ້ ​ເມື່ອບໍ່​ດົນ​ມາ​ນີ້ວ່າ: ປັດຈຸ​ບັນ​​ລະບົບດັ່ງກ່າວ, ແມ່ນ​ໄດ້​ນຳ​ໃຊ້​ໃນ​ຂັ້ນ​ທົດລອງ​​ແລ້ວ​ໂດຍ​ເລີ່​ມ​ແຕ່​ວັນ​ທີ 1 ກຸມພາ 2020 ​ເປັນ​ຕົ້ນ​ມາ​, ໂດຍ​ຂໍ້​ມູນ​ແມ່ນ​ຈະ​ຖືກ​ສົ່ງ​ມາ​ ຈາກ​ສາຍ​ການບິນ​ໃນ​ເວລາ​ທີ່​ຜູ້​ໂດຍ ສານ​ແຈ້ງ​ປີ້​ໂດຍສານ​ໃນ​ຈຸດ​ໃດ​ກໍຕາມ ຂໍ້​ມູນ​ຈະ​ຖືກ​ສົ່ງ​ມາ​ແບບ​ອອນ​ໄລ​ນ໌ ​ຊຶ່ງທາງ​ພວກ​ເຮົາ​ຈະ​ໃຊ້ ​ເວລາ​ພຽງບໍ່​ເທົ່າ​ໃດ​ວິນາທີ​ເທົ່າ​ນັ້ນ ​​ໃນ​ການ​ກວດກາກໍຈະແຈ້ງ​ ຕອບ​ກັບ​ໄປ​ຍັງ​ສາຍ​ການບິນ ​ເພື່ອ​ພິຈາລະນາອະນຸຍາດ​ເບື້ອງ​ຕົ້ນ​ວ່າ​ ຈະໃຫ້​ຜູ້​ໂດຍສານ​ທີ່​ແຈ້ງ​ປີ້​ດັ່ງກ່າວ ​ເດີນທາງ​ເຂົ້າ​-​ອອກ ສປປ ລາວ​ ຫລື ​ບໍ່ ​ເພື່ອ​ຕ້ານ​ການລະບາດ​ ຂອງ​ໄວຣັດ​ໂຄ​ວິດ-19.

ທ່ານ ສາຍສະໝິງ ສີວິ​​ໄລ ​ໃຫ້​ຮູ້​ອີກ​ວ່າ: ລະບົບກວດກາ​ຂໍ້​ມູນຜູ້​ໂດຍສານ​ລ່ວງໜ້າ APPS ​ແລະ ລະບົບ​ບັນທຶກ​ຂໍ້​ມູນ​ຜູ້​ໂດຍສານ PNR ເປັນ​ລະບົບ​ໂປຣ​ແກມ​ຄອມ​ພິວ​ເຕີ ​ທີ່​ທາງໜ່ວຍງານ​ພາກ​ລັດ​ຈະ​ໃຊ້ ​ໃນ​ການ​ຄຸ້ມ​ຄອງ​ກວດກາ​ຜູ້​ໂດ​ຍສານ ​ທີ່​ເດີນທາງ​ທາງ​ອາກາດ​ ໃນ​ຖ້ຽວບິນ​ສາກົນ​ທີ່​ເດີນທາງ​ເຂົ້າ​-ອອກ ຫລື ​ເດີນທາງ​ຜ່ານ​ ສປປ ລາວ.

(ແຫຼ່ງ​ຂໍ້​ມູນ​: ຂປລ)

Link: https://huunghivietlao.thoidai.com.vn/detail-article-4663.html

In bài biết