11:30 | 15/03/2020

ແຂວງຫົວພັນ (ລາວ) ຈະປິດປະຕູດ່ານຊາຍແດນຈຳນວນໜຶ່ງ ທີ່ຕິດກັບປະເທດ ຫວຽດນາມ ຢ່າງຊົ່ວຄາວເພື່ອຕ້ານໂລກລະບາດ Covid-19

ຕາມນັ້ນ, ເຈົ້າໜ້າທີ່ແຂວງຫົວພັນຈະປິດຊົ່ວຄາວ ດ່ານຊາຍແດນສຳຮອງ 10 ແຫ່ງ ຄື: ນໍ້າໃຕ, ທາເລົາ, ເມືອງເກີນ, ພຽງເຜືອ, ມອງນໍ້າ, ນາຄ້າງ, ສົບດູ້ງ, ເປົາ, ຍອດຕິ້ວ, ແດນດິນ. ດ່ານຊາຍແດນ 4 ແຫ່ງ ຢູ່ ແຂວງຫົວພັນຈະມີການຮັດວຽກເປັນປົກກະຕິຄື: ນໍ້າໂສຍ - ນາແມວ, ບ້ານດານ, ປາຫາງ, ສົມຫວັງ.

ແຂວງຫົວພັນ (ລາວ) ຈະປິດປະຕູດ່ານຊາຍແດນຈຳນວນໜຶ່ງ ທີ່ຕິດກັບປະເທດ ຫວຽດນາມ ຢ່າງຊົ່ວຄາວເພື່ອຕ້ານໂລກລະບາດ Covid-19

ພາບປະກອບ

ກົມກົງສູນ, ກະຊວງການຕ່າງປະເທດຫວຽດນາມ ໄດ້ອອກແຈ້ງການ ແລະ ເອົາໃຈໃສ່ພົນລະເມືອງຫວຽດນາມຢູ່ລາວເລືອກດ່ານຊາຍແດນທີ່ເໝາະສົມ ແລະ ສະດວກໃນການໄປມາ.

ໃນກໍລະນີທີ່ຕ້ອງການໜຸນຊ່ວຍ, ສະເໜີພົນລະເມືອງຕິດຕໍ່ຕ່າມລະບົບສາຍໂທລະສັບດ່ວນປົກປ້ອງພົນລະເມືອງ:

- ສະຖານກົງສູນຫວຽດນາມຢູ່ຫຼວງພະບາງ: +85 620 91 11 23 45.

- ສູນສະຖານີຕິດຕໍ່ໂທລະສັບປົກປ້ອງພົນລະເມືອງ: +84 981 84 84 84.

(ຄຳຮຸ່ງ)

Link: https://huunghivietlao.thoidai.com.vn/detail-article-4644.html

In bài biết