06:19 | 15/03/2020

ອາຊຽນ - ຣັດເຊຍ ເປັນເອກະພາບກັນເພີ່ມທະວີການຮ່ວມມືຢ່າງຮອບດ້ານ

ທີ່ກອງປະຊຸມ, ສອງຝ່າຍໄດ້ຕີລາຄາສູງຕໍ່ບັນດາໝາກຜົນການຮ່ວມມືຢ່າງຕັ້ງໜ້າເຊິ່ງບັນລຸໄດ້ໃນບັນດາຂົງເຂດການເມືອງ - ຄວາມໝັ້ນຄົງ, ເສດຖະກິດແລະວັດທະນະທຳ - ສັງຄົມ. ໃນຊຸມປີມໍ່ໆມານີ້,ການຄ້າສອງສົ້ນລະຫວ່າງອາຊຽນແລະລັດເຊຍໄດ້ເພີ່ມຂຶ້ນຢ່າງວ່ອງໄວ. ໂດຍສະເພາະປີ 2018, ບັນລຸໄດ້ 19,8 ຕື້ USD, ເພີ່ມຂຶ້ນເກືອບ 8% ເມື່ອທຽບໃສ່ປີ 2017.

ລັດເຊຍຢັ້ງຢືນວ່າອາຊຽນແມ່ນໜຶ່ງໃນບັນດາບຸລິມະສິດແຖວໜ້າໃນນະໂຍບາຍການຕ່າງປະເທດຂອງລັດເຊຍ, ລັດເຊຍກໍ່ໃຫ້ຄຳໝັ້ນສັນຍາວ່າຈະສະໜັບສະໜູນບົດບາດເປັນໃຈກາງຂອງອາຊຽນໃນການປະກອບສ່ວນຮັກສາສັນຕິພາບແລະສະຖຽນລະພາບໃນພາກພື້ນ, ຕັ້ງໜ້າເຂົ້າຮ່ວມບັນດາກົນໄກພາກພື້ນໂດຍອາຊຽນນຳພາ.

ອາຊຽນ - ຣັດເຊຍ ເປັນເອກະພາບກັນເພີ່ມທະວີການຮ່ວມມືຢ່າງຮອບດ້ານ

ອາຊຽນ - ຣັດເຊຍ ເປັນເອກະພາບກັນເພີ່ມທະວີການຮ່ວມມືຢ່າງຮອບດ້ານ. (ພາບ: TTXVN)

ບັນດາປະເທດອາຊຽນຕີລາຄາສູງເຄື່ອນໄຫວຂອງສູນກາງອາຊຽນ ແລະ ສະຖາບັນພົວພັນສາກົນ Moscow (MGIMO). ບັນດາອົງການນີ້ໄດ້ປະກອບສ່ວນຢ່າງຕັ້ງໜ້າໃນການຊຸກຍູ້ພົບປະແລກປ່ຽນ, ເພີ່ມທະວີຮ່ວມມືດ້ານວິທະຍາສາດລະຫວ່າງບັນດາມະຫາວິທະຍາໄລ ແລະ ອົງການຄົ້ນຄ້ວາຂອງຣັດເຊຍ ແລະ ບັນດາປະເທດອາຊຽນ.

ບັນດາປະເທດອາຊຽນແລະລັດເຊຍເປັນເອກະພາບສືບຕໍ່ເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງອາຊຽນ - ລັດເຊຍເລິກເຊິ່ງກ່ວາອີກ, ເອົາໃຈໃສ່ເປັນພິເສດເຖິງບັນດາຂົງເຂດທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ. ອາຊຽນແລະລັດເຊຍເຫັນດີເປັນເອກະພາບນຳກັນວ່າຈະຊຸກຍູ້ການລົງນາມບົດບັນທຶກຊ່ວຍຈຳກ່ຽວກັບການຮ່ວມມືໃນຂົງເຂດຄຸ້ມຄອງໄພທຳມະຊາດໃນປີ 2020.

(ຄຳຮຸ່ງ)

Link: https://huunghivietlao.thoidai.com.vn/detail-article-4643.html

In bài biết