06:51 | 13/03/2020

ອາຊຽນ ຕີລາຄາສູງຕໍ່ການຮ່ວມມື ແລະ ການຊ່ວຍເຫຼືອທີ່ມີປະສິດທິຜົນຂອງ ຍີ່ປຸ່ນ

ທີ່ການພົບປະ, ສອງຝ່າຍໄດ້ຕີລາຄາສູງໝາກຜົນ ທີ່ບັນລຸໄດ້ໃນທຸກຂົງເຂດການຮ່ວມມືດ້ານການເມືອງ - ຄວາມໝັ້ນຄົງ, ເສດຖະກິດ ແລະ ວັດທະນະທຳ - ສັງຄົມ ລະຫວ່າງອາຊຽນ ແລະ ຍີ່ປຸ່ນ. ປະຈຸບັນ ຍີ່ປຸ່ນ ແມ່ນຄູ່ການຄ້າໃຫຍ່ທີ 4 ຂອງ ອາຊຽນ ໂດຍມີການຄ້າສອງຝ່າຍໃນ ປີ 2018 ບັນລຸ 231,7 ຕື້ໂດລາສະຫະລັດ. ການລົງທືນໂດຍກົງຂອງປະເທດ ຍີ່ປຸ່ນ ໃນອາຊຽນບັນລຸ 21 ຕື້ໂດລາສະຫະລັດໃນປີ 2018, ເຮັດໃຫ້ມັນກາຍເປັນນັກລົງທືນຕ່າງປະເທດທີ່ໃຫຍ່ອັນດັບທີ 3 ໃນອາຊຽນ.

ອາຊຽນ ຕີລາຄາສູງຕໍ່ການຮ່ວມມື ແລະ ການຊ່ວຍເຫຼືອທີ່ມີປະສິດທິຜົນຂອງ ຍີ່ປຸ່ນ


ອາຊຽນ ຕີລາຄາສູງຕໍ່ການຮ່ວມມື ແລະ ການຊ່ວຍເຫຼືອທີ່ມີປະສິດທິຜົນຂອງ ຍີ່ປຸ່ນ. (ພາບ: baoquocte)

ຍີ່ປຸ່ນ ຕີລາຄາສູງ ແລະ ສະຫນັບສະຫນູນບັນດາບຸລິມະສິດຂອງຫວຽດນາມ ໃນປີເປັນປະທານ ອາຊຽນ 2020 ກໍ່ຄືເນັ້ນຫນັກ ການຜັນຂະຫຍາຍ ການກຳນົດທິດ 3 ຢ່າງໃນການພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດ ແລະ ການຮ່ວມມື ອາຊຽນ - ຍີ່ປຸ່ນ ກ່ຽວກັບການ “ພັດທະນາ ມະນຸດ”, “ການສ້າງລະບອບລະບຽບການ” ແລະ “ການສະສົມປັນຍາ”.

ກ່ຽວກັບການກຳນົດທິດຮ່ວມມື, ອາຊຽນ ແລະ ຍີ່ປ່ນຸ ຈະບຸລິມະສິດເພີ່ມທະວີການຮ່ວມມືກ່ຽວກັບການເຊື່ອມຈອດ, ພັດທະນາພື້ນຖານໂຄງລ່າງ. ສອງຝ່າຍຈະສຸມແຫລ່ງກຳລັງໃຫ້ແກ່ການປະຕິບັດຮອບດ້ານບັນດາການເຄື່ອນໄຫວໃນແຜນການປີ 2017 ກ່ຽວກັບການປະຕິບັດຖະແຫລງການວິໄສທັດ ອາຊຽນ - ຍີ່ປຸ່ນ ແລະ ວິວັດທະນາການຍຸດທະສາດກ່ຽວກັບການຮ່ວມມືເສດຖະກິດ ໄລຍະ 10 ປີ ສະບັບປັບປຸງ.

(ຄຳຮຸ່ງ)

Link: https://huunghivietlao.thoidai.com.vn/detail-article-4626.html

In bài biết