16:47 | 12/03/2020

ໄທ, ສິງ​ກະ​ໂປ, ລາວ ແລະ ມຽນ​ມາ ຊຸກ​ຍູ້​ການ​ຮ່ວມ​ມື​ຕ້ານ​ອາດ​ຊະ​ຍາ​ກຳ​ຢາ​ເສບ​ຕິດ


ໄທ, ສິງ​ກະ​ໂປ, ລາວ ແລະ ມຽນ​ມາ ຊຸກ​ຍູ້​ການ​ຮ່ວມ​ມື​ຕ້ານ​ອາດ​ຊະ​ຍາ​ກຳ​ຢາ​ເສບ​ຕິດ

ພິທີມອບຮັບ ກ່ຳປັ່ນລາດຕະເວນ (ພາບ: bangkokpost)

ກ່າວຄຳເຫັນທີ່ພິທີມອບຮັບຢູ່ທ່າກ່ຳປັ່ນ ແຂວງ ສະມຸດປຣາການ, ພາກກາງຂອງໄທໃນວັນທີ 9 ມີນາ, ທ່ານ ສົມສັກ ເທບສຸທິນ ລັດຖະມົນຕີກະຊວງຍຸດຕິທຳໄທ ຊີ້ແຈ້ງວ່າ ການມອບຮັບກ່ຳປັ່ນລາດຕະເວນໄດ້ປະຕິບັດໃນຂອບເຂດການຮ່ວມມືອາຊຽນ ເພື່ອຕ້ານການຄ້າຂາຍຢາເສບຕິດໃນເຂດ 3 ລຽມຄຳ ຢູ່ເຂດຊາຍແດນທີ່ພູຜາປ່າໄມ້ທຸລະກັນດານລະຫວ່າງ ໄທ, ລາວ ແລະ ມຽນມາ. ໄທກໍ່ຈະໜູນຊ່ວຍລາວ ແລະ ມຽນມາໃນການແລກປ່ຽນທາງດ້ານວິຊາການ, ສ້າງກຳລັງຄວາມສາມາດໃຫ້ແກ່ເຈົ້າໜ້າທີ່ປາບປາມການຄ້າຂາຍຢາເສບຕິດ ແລະ ສະກັດກັ້ນການເຄື່ອນໄຫວຂົນສົ່ງບັນດາທາດເຄມີປຸງແຕ່ງຢາເສບຕິດ.

(ແຫຼ່ງ​ຂໍ້​ມູນ​: vovworld.vn)

Link: https://huunghivietlao.thoidai.com.vn/detail-article-4619.html

In bài biết