11:47 | 12/03/2020

ກອງປະຊຸມອາຊຽນ 2020: ຊຸກຍູ້ການເຈລະຈາຂໍ້ຕົກລົງ RCEF

ໂດຍສືບຕໍ່ບັນດາການເຄື່ອນໄຫວໃນຂອບເຂດກອງປະຊຸມວົງແຄບ ລັດຖະມົນຕີເສດຖະກິດ ອາຊຽນ ຄັ້ງທີ 26 ເຊິ່ງພວມດຳເນີນຢູ່ນະຄອນ ດ່ານັ້ງ, ຕອນເຊົ້າວັນທີ 11 ມີນາ, ບັນດາລັດຖະມົນຕີອາຊຽນ ໄດ້ສືບຕໍ່ປຶກສາຫາລືກ່ຽວກັບທິດທາງ ເພື່ອໃຫ້ບັນດາປະເທດ ອາຊຽນຊຸກຍູ້ເລື່ອງສິ້ນສຸດການເຈລະຈາ ແລະ ລົງນາມໃນສັນຍາຄູ່ຮ່ວມມືຮອບດ້ານໃນພາກພື້ນ (RCEP).

ທ່ານລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ເຈີນຕວັນແອງ ໃຫ້ຮູ້ວ່າ, ລັດຖະມົນຕີເສດຖະກິດບັນດາປະເທດສະມາຊິກໄດ້ເຈລະຈາທິດທາງເພື່ອບັນດາປະເທດອາຊຽນສາມາດຈົບການເຈລະຈາ ແລະ ເຊັນຕົກລົງຄູ່ຮ່ວມມືເສດຖະກິດຫຼາຍຝ່າຍໃນເຂດ RCEF ໃນທ້າຍປີ 2020.

ກອງປະຊຸມອາຊຽນ 2020: ຊຸກຍູ້ການເຈລະຈາຂໍ້ຕົກລົງ RCEF

ທັດສະນີຍະພາບ ກອງປະຊຸມລັດຖະມົນຕີເສດຖະກິດອາຊຽນ (AEM) ວົງແຄບ. (ພາບ: TTXVN)

ທີ່ກອງປະຊຸມ, ບັນດາລັດຖະມົນຕີເສດຖະກິດ ອາຊຽນໄດ້ຮັບຮອງເອົາ12 ໃນຈຳນວນ 13 ຂໍ້ລິເລີ່ມບຸລິມະສິດຂອງ ຫວຽດນາມ ແມ່ນໝາກຜົນສຳຄັນ, ເປັນການຢັ້ງຢືນບົດບາດຂອງອາຊຽນ ເພື່ອມຸ່ງໄປເຖິງການປັບປຸງກຸ່ມກ້ອນສາມັກຄີພາຍໃນພາກພື້ນ, ເພີ່ມທະວີກຳລັງແຮງພາຍໃນກຸ່ມ, ຍົກສູງບົດບາດຂອງສະມາຄົມເສດຖະກິດອາຊຽນ.

ຂໍ້ຕົກລົງ RCEF ມີເປົ້າໝາຍເປີດກ້ວາງ ແລະ ເພີ່ມທະວີຄຸນຄ່າເພື່ອຜົນປະໂຫຍດຂອງບັນດາວິສາຫະກິດ, ໂດຍສະເພາະແມ່ນບັນດາວິສາຫະກິດ ຂະໜາດກາງ ແລະ ນ້ອຍ, ກໍ່ຄືຜົນປະໂຫຍດຂອງຄົນງານ, ຜູ້ຜະລິດ ແລະ ຜິບໍລິໂພກ. ພາຍຫລັງສັນຍາໄດ້ລົງລາຍເຊັນຢ່າງເປັນທາງການຈະຊຸກຍູ້ການເຕີບໂຕເສດຖະກິດໃນພາກພື້ນ ເເລະ ປະກອບຢ່າງຕັ້ງຫນ້າຕໍ່ພື້ນເສດຖະກິດທົ່ວໂລກ, ພ້ອມກັນມີບົດບາດແມ່ນເສົາຄໍ້າຫນູນຊ່ວຍໃຫ້ລະບົບການຄ້າຫລາຍຝ່າຍໃຫ້ເຂັ້ມແຂງ.

ໃນກອງປະຊຸມສັ້ນສູງ RCEP ເທື່ອທີ 3 ເດືອນ ພະຈິກ ປີ 2019 ຢູ່ໄທ, ອິນເດີຍຍັງເອກະສັນກັນກັບ 15 ປະເທດ ຕ່າງໆ ເເລະ ໃຫ້ຮູ້ວ່າ RCEP ຍັງບໍ່ແກ້ໄຂບັນດາບັນຫາຄົງຄ້າງ ແລະ ລຳບາກໃຈຂອງປະເທດນີ້ຢ່າງເໝາະສົມຕາມຄວນ. ກັບບົດບາດເປັນໃຈກາງ, ອາຊຽນຈະສືບຕໍ່ສົນທະນາ, ຊອກຫາບັນດາແຜນ, ວິທີການເເກ້ໄຂຄົງຄ້າງຂອງອິນເດີຍກໍຄືບັນດາບັນຫາອື່ນທີ່ກ່ຽວຂ້ອງຂໍ້ຕົກລົງ RCEP ຫັນໃສ່ການລົງລາຍເຊັນສັນຍາໃນປີ 2020.

(ຄຳຮຸ່ງ)

Link: https://huunghivietlao.thoidai.com.vn/detail-article-4618.html

In bài biết