19:41 | 10/03/2020

ລັດຖະມົນຕີກະຊວງພາຍໃນຕ້ອນຮັບທູດອາເມຣິກາ ປະຈຳ ສປປ ລາວ ຄົນໃໝ່

ລັດຖະມົນຕີກະຊວງພາຍໃນຕ້ອນຮັບທູດອາເມຣິກາ ປະຈຳ ສປປ ລາວ ຄົນໃໝ່

ລັດຖະມົນຕີກະຊວງພາຍໃນຕ້ອນຮັບທູດອາເມຣິກາ ປະຈຳ ສປປ ລາວ ຄົນໃໝ່

ໃນໂອກາດການພົບປະໂອລົມຄັ້ງນີ້, ທ່ານລັດຖະມົນຕີ​ ​ໄດ້​ສະ​​ແດງ​ຄວາມ​ຍິນ​ດີ​ຕ້ອນຮັບ ​ແລະ ຊົມ​ເຊີຍ​ຕໍ່​ ທ່ານ ປີ​ເຕີ ເຮ​ມ໋ອນ (Peter M. Haymond) ທີ່ໄດ້ຮັບການແຕ່ງຕັ້ງເປັນ ເອກ​ອັກຄະ​ລັດຖະທູດວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ສະຫະລັດ ອາເມຣິກາ ປະຈຳ ສປປ ລາວ, ພ້ອມ​ທັງ​ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ ​ໃນ​ໄລຍະ​ການ​ປະຕິບັດໜ້າທີ່​ ວຽກ​ງານ​ການ​ທູດດັ່ງກ່າວ, ພ້ອມຈະ​ປະກອບສ່ວນ ຢ່າງຕັ້ງໜ້າເຂົ້າໃນການ​ເສີມຂະຫຍາຍ ​ແລະ ​ເພີ່ມ​ທະວີ​ການ​ພົວພັນ​ຮ່ວມ​ມື ລະຫວ່າງ​ສອງ​ປະ​ເທດ ​ໃຫ້​ນັບ​ມື້ນັບເຂັ້ມ ແຂງ ແລະ ​​ຂະຫຍາຍຕົວຍິ່ງໆ​ຂຶ້ນ.

ໃນໂອກາດດຽວກັນນີ້, ທ່ານ ປີ​ເຕີ ເຮ​ມ໋ອນ (Peter M. Haymond) ກໍ່ໄດ້ກ່າວສະແດງຄວາມພາກພູມໃຈເປັນຍ່າງຍິ່ງ ທີ່ໄດ້ຖືກແຕ່ງຕັ້ງມາດໍາລົງຕໍາແໜ່ງ ເປັນເອກອັກຄະລັດຖະທູດ ປະຈໍາ ສປປ ລາວ ພ້ອມກັນນັ້ນ, ທ່ານທູດຍັງໄດ້ຢືນຢັນວ່າ ຈະຕັ້ງໜ້າປະຕິບັດໜ້າທີ່ ຢ່າງສຸດຄວາມສາມາດ ເພື່ອປະ ກອບສ່ວນເຂົ້າໃນ ການເພີ່ມທະວີຮັດແໜ້ນ ແລະ ເສີມຂະຫຍາຍການພົວພັນຮ່ວມມື ລະຫວ່າງສອງປະ ເທດ ໃຫ້ມີບາດກ້າວຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ.

(ແຫຼ່ງ​ຂໍ້​ມູນ​: ຂປລ)

Link: https://huunghivietlao.thoidai.com.vn/detail-article-4603.html

In bài biết