07:05 | 09/03/2020

WHO ຕີ​ລາ​ຄາ​ສູງ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຂອງ​ຫວຽດ​ນາມ ແລະ ອາ​ຊ​ຽນ ໃນ​ການ​ສະ​ກັດ​ກັ້ນ​ໂລກ​ລະ​ບາດ

WHO ຕີ​ລາ​ຄາ​ສູງ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຂອງ​ຫວຽດ​ນາມ ແລະ ອາ​ຊ​ຽນ ໃນ​ການ​ສະ​ກັດ​ກັ້ນ​ໂລກ​ລະ​ບາດ

ພາບປະກອບ

ທ່ານຜູ້ອຳນວຍການໃຫຍ່ WHO Tedros Adhanom ໄດ້ຕີລາຄາສູງເລື່ອງຫວຽດນາມ ໄດ້ຜັນຂະຫຍາຍປະຕິບັດຫຼາຍມາດຕະການນັບແຕ່ຫົວທີຢ່າງມີປະສິດທິຜົນ, ພິເສດແມ່ນບັນດາຄຳໝັ້ນສັນຍາການເມືອງຂອງການນຳຂັ້ນສູງ ແລະ ຄວາມຕັດສິນໃຈຮັບມືຂອງບັນດາຂະແໜງການຂັ້ນຕ່າງໆ ແລະ ບັນດາທ້ອງຖິ່ນ, ຍ້ອນແນວນັ້ນ ຈຶ່ງສາມາດຊ່ວຍຄວບຄຸມໂລກລະບາດເປັນຢ່າງດີ. ທ່ານຜູ້ອຳນວຍການໃຫຍ່ WHO ໄດ້ຊົມເຊີຍການປະສານສົມທົບລະຫວ່າງບັນດາປະເທດອາຊຽນຢ່າງມີປະສິດທິຜົນ ແລະ ບົດບາດເປັນປະທານອາຊຽນ ຢ່າງຕັ້ງໜ້າຂອງຫວຽດນາມໃນຂົງເຂດນີ້ ແມ່ນສຳຄັນທີ່ສຸດ, ອັນໄດ້ປະກອບສ່ວນຄວບຄຸມໂລກລະບາດ COVID-19 ໃນພາກພື້ນ.

ໃນວັນທີ 6 ມີນາ ອົງການອະນາໄມໂລກ (WHO) ໄດ້ສະເໜີໃຫ້ທຸກໆປະເທດໃນໂລກວາງເປົ້າໝາຍສະກັດກັ້ນ, ຕ້ານໂລກລະບາດ Covid – 19 ຢູ່ແຖວໜ້າ. ຄຽງຄູ່ກັນນັ້ນ, WHO ກໍ່ໄດ້ສະເໜີໃຫ້ບັນດາປະເທດຈຳກັດການໂຕ້ຖຽງກັນ, ສຸມໃສ່ເຂົ້າການຄວບຄຸມໂລກລະບາດ. ທ່ານ Tijiani Muhammad – Bande ປະທານສະມັດຊາໃຫຍ່ ສປຊ ແລະ ສະພາເສດຖະກິດສັງຄົມ ສປຊ ໄດ້ຮຽກຮ້ອງໃຫ້ຈັດຕັ້ງກອງປະຊຸມກັບບັນດາປະເທດສະມາຊິກເພື່ອຮັບຟັງບົດລາຍງານຈາກ ຄະນະເລຂາ ສປຊ ກ່ຽວກັບຄວາມສ່ຽງທີ່ວ່າ ເຊື້ອໄວຣັດ SARS – CoV – 2 ອາດຈະແຜ່ລາມເຂົ້າບັນດາສຳນັກງານຂອງອົງການນີ້.

ແຕ່ວັນທີ 7 ມີນາ, ຫວຽດນາມ ໄດ້ນຳໃຊ້ການແຈ້ງສຸຂະພາບສຳລັບຜູ້ໂດຍສານທຸກໆຄົນໃນໂລກ ທີ່ໄດ້ມາຫວຽດນາມ ຜ່ານບັນດາດ່ານຊາຍແດນ. ຜູ້ໂດຍສານອາດຈະແຈ້ງອາການສຸຂະພາບຜ່ານເຈ້ຍ ຫຼື ແຈ້ງທາງເອເລັກໂຕນິກຜ່ານໂທລະສັບມືຖື. ຢູ່ສະໜາມບິນສາກົນໂນ້ຍບ່າຍທີ່ຮ່າໂນ້ຍ, ໃນມື້ທຳອິດປະຕິບັດ, ວຽກງານກວດສຸຂະພາບວັດອຸ່ນຫະພຸມ, ແຈ້ງອາການສຸຂະພາບ ໄດ້ຖືກພະແນກກວດໂລກລະບາດສາກົນ, ສູນຄວບຄຸມໂລກລະບາດນະຄອນຮ່າໂນ້ຍ ປະຕິບັດຢ່າງເຄັ່ງຄັດ. ລະບຽບການທຸກຢ່າງຖືກດຳເນີນຢ່າງວ່ອງໄວ ແລະມີປະສິດທິຜົນ.

(ໄຊພອນ)

Link: https://huunghivietlao.thoidai.com.vn/detail-article-4591.html

In bài biết