ເພີ່ມທະວີ, ເປີດກວ້າງການພົວພັນຕ່າງປະເທດ
![]() |
ເພີ່ມທະວີ, ເປີດກວ້າງການພົວພັນຕ່າງປະເທດ.ພາບ: TTXVN
ວັນທີ 2 ມີນາ 2020, ຄະນະປະຕິບັດງານຂອງກະຊວງການຕ່າງປະເທດຫວຽດນາມ ນຳໂດຍທ່ານ ເລຮວ່າຍຈູງ, ກໍາມະການສູນກາງພັກ, ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ, ຫົວໜ້າຄະນະກໍາມະການຊາຍແດນແຫ່ງຊາດ ໄດ້ມີການເຮັດວຽກກັບແຂວງດ້ຽນບຽນ ກ່ຽວກັບວຽກງານຄຸ້ມຄອງຊາຍແດນ ແລະຊຸກຍູ້ການພົວພັນຕ່າງປະເທດ. ທ່ານ ເລຮວ່າຍຈູງ ຕີລາຄາສູງບັນດາຜົນງານເຊິ່ງແຂວງດ້ຽນບຽນ ບັນລຸໄດ້ ແລະຈະລາຍງານຕໍ່ລັດຖະມົນຕີການຕ່າງປະເທດຮັບຊາບ ເພື່ອຊີ້ນໍາບັນດາກົມທີ່ກ່ຽວຂ້ອງຂອງກະຊວງແນໃສ່ສົມທົບກັບແຂວງດ້ຽນບຽນ ຜັນຂະຫຍາຍບັນດາຂໍ້ສະເໜີແນະຂອງແຂວງ.
ແລະ ທ່ານ ເລຮວ່າຍຈູງ ກໍ່ເນັ້ນໜັກວ່າ: ແຂວງດ້ຽນບຽນ ຄວນກໍານົດ ແລະປະຕິບັດໃຫ້ໄດ້ເປົ້າໝາຍຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບ, ຮັກສາຄວາມໝັ້ນຄົງ-ຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພທາງສັງຄົມ, ອະທິປະໄຕເຂດຊາຍແດນໄວ້ຢ່າງໝັ້ນຄົງ; ຫັນໄປສູ່ການຮ່ວມມືພັດທະນາເສດຖະກິດຢ່າງແຮງ. ໃນວຽກງານການຕ່າງປະເທດ, ທາງແຂວງດ້ຽນບຽນຕ້ອງກໍານົດ ແລະ ປະຕິບັດໄດ້ເປົ້າໝາຍ ປົກປັກຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບ; ຮັກສາຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພໃນສັງຄົມ, ອະທິປະໄຕເຂດຊາຍແດນ; ຫັນປ່ຽນໄປສູ່ການຮ່ວມມືພັດທະນາເສດຖະກິດດຢ່າງແຮງ; ເພີ່ມທະວີການພົວພັນມິດຕະພາບ, ການຮ່ວມມືຮອບດ້ານລະຫວ່າງແຂວງດ້ຽນບຽນ ກັບບັນດາແຂວງທາງພາກເໜືອຂອງລາວ, ກໍຄືເປີດກວ້າງການພົວພັນຮ່ວມມືກັບບັນດາປະເທດໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້.
ໃນວັນດຽວກັນ, ຄະນະປະຕິບັດງານໄດ້ໄປສໍາຫຼວດກວດກາ ແລະເຮັດວຽກຢູ່ຄ້າຍທະຫານຊາຍແດນດ່ານຊາຍແດນສາກົນໄຕຈາງ; ຢ້ຽມຢາມຫຼັກໝາຍຊາຍແດນຫວຽດນາມ-ລາວ ເລກທີ 113; ໄປຖະຫວາຍທູບທຽນອາໄລຫາບັນດາວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດຢູ່ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດ A1. ນອກຈາກນັ້ນ ກໍໄດ້ໄປຢ້ຽມຢາມບັນດາສະຖານທີ່ຕ່າງໆຢູ່ແຂວງດ້ຽນບຽນ ອີກດ້ວຍ. ແຂວງດ້ຽນບຽນ ໄດ້ເປັນເຈົ້າການເຂົ້າຮ່ວມບັນດາເວທີປາໄສຮ່ວມມືສາກົນປະກອບສ່ວນຊຸກຍູ້ເສດຖະກິດ-ສັງຄົມ; ສະພາບຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍຢູ່ເຂດຊາຍແດນໄດ້ຮັບປະກັນສະຖຽນລະພາບ, ສັນຕິພາບ, ການຮ່ວມມື ແລະພັດທະນາ.
(ໄຊພອນ)