11:36 | 04/03/2020

ສາຍການບິນ ຫວຽດນາມ ໄດ້ໂຈະການບິນລະຫວ່າງ ຫວຽດນາມ ແລະ ເກົາຫຼີໃຕ້

ບໍລິສັດການບິນ ຫວຽດນາມ ກ່າວວ່າ: ເພື່ອປົກປ້ອງສຸຂະພາບຂອງຜູ້ແຮງງານ, ພະນັກງານປະຈຳຖ້ຽວບິນທັງໝົດໃນຖ້ຽວບິນເຫຼົ່ານີ້ ຈະມີເຄື່ອງມືປ້ອງກັນທາງການແພດ. ສາຍການບິນດັ່ງກ່າວ ຍັງໄດ້ຂ້າແມ່ພະຍາດທຸກເຄື່ອງບິນທີ່ກັບມາຈາກ ເກົາຫຼີໃຕ້ ເພື່ອປ້ອງກັນພະຍາດຢ່າງຫ້າວຫັນ.

ư

ສາຍການບິນ ຫວຽດນາມ ໄດ້ໂຈະການບິນລະຫວ່າງ ຫວຽດນາມ ແລະ ເກົາຫຼີໃຕ້

ສາຍການບິນ ຫວຽດນາມ ໄດ້ໂຈະການບິນລະຫວ່າງ ຫວຽດນາມ ແລະ ເກົາຫຼີໃຕ້. (ພາບ: tuoitre)

ບັນດາຖ້ຽວບິນໃນລະຫວ່າງວັນທີ 03 – 04 ມີນາ ແຕ່ Seoul, Busan ມາຫາ ຮ່າໂນ້ຍ, ນະຄອນ ໂຮ່ຈີມິນ ຈະໄປລົງຈອດຢູ່ສະໜາມບິນ ເວິນໂດນ (ແຂວງ ກວ໋າງນິງ), ເກິນເທິ, ຝູກ໊າດ (ແຂວງ ກຸຍເຍິນ) ຕາມຄຳຮຽກຮ້ອງຂອງເຈົ້າໜ້າທີ່. ຊາວຜູ້ອອກແຮງງານ, ຈຸບິນຂອງບັນດາຖ້ຽວບິນທັງໝົດ ຈະໄດ້ຮັບເຄື່ອງອຸປະກອນປ້ອງກັນເຊື້ອພະຍາດ ເພື່ອຮັບປະກັນສຸຂະພາບ.

ກ່ອນໜ້ານີ້, ບໍລິສັດ Bamboo Airways ແມ່ນສາຍການບິນທຳອິດໃນປະເທດ ຫວຽດນາມ ທີ່ໄດ້ໂຈະການດຳເນີນງານຂອງສອງເສັ້ນທາງລະຫວ່າງ ດານັງ - Incheon ແລະ ຢາຈາງ - Incheon ແຕ່ວັນທີ 26 ກຸມພາເນື່ອງຈາກພະຍາດ COVID-19.

(ຄຳຮຸ່ງ)

Link: https://huunghivietlao.thoidai.com.vn/detail-article-4566.html

In bài biết