19:38 | 29/02/2020

ບັນດາເປົ້າໝາຍຂອງຫວຽດນາມ ໃນປີເປັນປະທານອາຊຽນ 2020

ບັນດາເປົ້າໝາຍຂອງຫວຽດນາມ ໃນປີເປັນປະທານອາຊຽນ 2020

ທ່ານ ເລກຸ໋ຍກີ່ງ, ເອກອັກຄະລັດຖະທູດຫວຽດນາມ ປະຈໍາ ມາເລເຊຍ. ພາບ: TTXVN

ທ່ານ ເລກຸ໋ຍກີ່ງ ເອກອັກຄະລັດຖະທູດຫວຽດນາມ ປະຈໍາມາເລເຊຍ ໃຫ້ຮູ້ວ່າ ຫວຽດນາມ ຈະຊຸກຍູ້ບັນດາບຸລິມະສິດໃນປີເປັນປະທານອາຊຽນ, ເສີມຂະຫຍາຍບົດບາດ ແລະ ການປະກອບສ່ວນທີ່ຕັ້ງໜ້າຂອງອາຊຽນ ເຂົ້າໃນກິດຈະການຮັກສາສະພາບແວດລ້ອມສັນຕິພາບ, ຄວາມໝັ້ນຄົງ ແລະ ສະຖຽນລະພາບຢູ່ພາກພື້ນບົນພື້ນຖານເພີ່ມທະວີຄວາມສາມັກຄີ, ຄວາມເປັນເອກະພາບພາຍໃນອາຊຽນ; ຊຸກຍູ້ການຮ່ວມສໍາພັນ ແລະການເຊື່ອມຕໍ່ໃນພາກພື້ນ; ຍົກສູງຄວາມສາມາດຮັບມື ແລະ ກໍາແໜ້ນກາລະໂອກາດຂອງການປະຕິວັດອຸດສາຫະກໍາຄັ້ງທີ 4; ຍູ້ແຮງການພົວພັນຄູ່ຮ່ວມມືເພື່ອສັນຕິພາບ ແລະການພັດທະນາແບບຍືນຍົງກັບບັນດາປະເທດໃນໂລກ; ເສີມຂະຫຍາຍບົດບາດ ແລະການປະກອບສ່ວນຂອງອາຊຽນ ໃນປະຊາຄົມສາກົນ; ຍົກສູງກໍາລັງຄວາມສາມາດຮັບມື ແລະປະສິດທິຜົນການເຄື່ອນໄຫວຂອງກົງຈັກອາຊຽນ, ປະຕິຮູບລະບອບລະບຽບການ, ປັບປຸງ ແລະຍົກລະດັບບັນດາຂັ້ນຕອນ, ມາດຕະຖານໃນອາຊຽນ ໃຫ້ສົມບູນແບບ.

(ໄຊພອນ)

Link: https://huunghivietlao.thoidai.com.vn/detail-article-4548.html

In bài biết