20:20 | 29/02/2020

ຫວຽດນາມ ຢາກມີວິສາຫະກິດ ຍີ່ປຸ່ນ ຫລາຍແຫ່ງເປີດກ້ວາງການລົງທຶນເຂົ້າ ຫວຽດນາມ ນັບມື້ນັບຫລາຍ

ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຊີ້ແຈ້ງວ່າ: ຫວຽດນາມ ປາດຖະໜາຢາກມີວິສາຫະກິດ ຍີ່ປຸ່ນ ຫລາຍແຫ່ງເປີດກ້ວາງການລົງທຶນເຂົ້າ ຫວຽດນາມ ນັບມື້ນັບຫລາຍ, ໃນນັ້ນ ມີ Aeon. ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຢືນຢັນວ່າ: ຫວຽດນາມ ຈະສືບຕໍ່ຍູ້ແຮງການປັບປຸງສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດ, ສ້າງເງື່ອນໄຂດີກ່ວາໃຫ້ແກ່ບັນດານັກລົງທຶນຕ່າງປະເທດ, ໃນນັ້ນ ມີບັນດາວິສາຫະກິດ ຍີ່ປຸ່ນ.

ຫວຽດນາມ ຢາກມີວິສາຫະກິດ ຍີ່ປຸ່ນ ຫລາຍແຫ່ງເປີດກ້ວາງການລົງທຶນເຂົ້າ ຫວຽດນາມ ນັບມື້ນັບຫລາຍ

ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ແລະ ທ່ານ Iwamura Yasutsugu, ຜູ້ອຳນວຍການໃຫຍ່ບໍລິສັດ Aeon Mall ຫວຽດນາມ

ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ສະເໜີ ທ່ານ Iwamura Yasutsugu ແລະ ກຸ່ມບໍລິສັດ Aeon ສືບຕໍ່ຊຸກຍູ້ບາງເນື້ອໃນການຮ່ວມມືຢູ່ ຫວຽດນາມ ໃນໄລຍະຈະມາເຖິງ, ໃນນັ້ນ ຄວນສືບຕໍ່ເປີດກ້ວາງການລົງທຶນ, ດຳເນີນທຸລະກິດ; ກໍ່ສ້າງບັນດາສູນການຄ້າຂອງ Aeon.

ສ່ວນທ່ານເອກອັກຄະລັດຖະທູດ Umeda Kunio ຢັ້ງຢືນວ່າ: ຫວຽດນາມ ມີບົດບາດສຳຄັນທີ່ສຸດໃນຍຸດທະສາດການນຳເນີນທຸລະກິດຂອງບັນດາກຸ່ມບໍລິສັດເສດຖະກິດ ຍີ່ປຸ່ນ, ໃນນັ້ນມີ Aeon. ທ່ານ Umeda Kunio ປາດຖະໜາຢາກໃຫ້ທ່ານນາຍົກລັດຖະມົນຕີ ແລະ ລັດຖະບານ ຫວຽດນາມ ຈະສືບຕໍ່ເອົາໃຈໃສ່ ແລະ ສະໜັບສະໜູນບັນດາກຸ່ມບໍລິສັດຂອງ ຍີ່ປຸ່ນ ໃນການລົງທຶນດຳເນີນທຸລະກິດຢູ່ ຫວຽດນາມ ນັບມື້ນັບມີປະສິດທິຜົນກ່ວາ.

(ແຫຼ່ງ​ຂໍ້​ມູນ​: vovworld.vn)

Link: https://huunghivietlao.thoidai.com.vn/detail-article-4547.html

In bài biết