ເມນູ ອາຫານ ແຊບໆອັນເກົ່າແກ່ໃນເທດສະການ Halloween
ຫຼາຍປີມານີ້ Halloween ໄດ້ເຂົ້າມາຫວຽດນາມ, ກາຍເປັນເທດສະການທີ່ເດັກນ້ອຍ ແລະ ຜູ້ໃຫຍ່ຕ້ອນຮັບເປັນຢ່າງດີ. ແລະ ຄົນທົ່ວໂລກເຂົາກິນຫຍັງໃນວັນດັ່ງກ່າວນີ້?
|
ຂະໜົມມັນຝລັ່ງ.
ຂະໜົມມັນຝລັ່ງ: ເຮັດຈາກມັນຝລັ່ງບົດຫຍາບໆ ປົນກັບນົມສົດ, ແປ້ງສາລີ, ແປ້ງມັນຕົ້ນ ແລະ ໄຂ່, ຈາກນັ້ນເອົາມາຈືນຈົນສຸກ. ຂະໜົມແຕ່ລະກ້ອນຈະອອກສີເຫຼືອງພາຍນອກ ແຕ່ມີຄວາມມັນ, ອ່ອນນຸ້ມພາຍໃນ ເຮັດໃຫ້ທຸກໆຄົນມັກ.
ເພື່ອປ່ຽນແປງລົດຊາດ ພໍ່ຄົວມັກຈະໃສ່ຊິ້ນລົນຄວັນ ຊອຍຕ່ອນນ້ອຍໆ ປົນກັບມັນຝລັ່ງບົດເຮັດໃຫ້ລົດຊາດເຂັ້ມຂຸ້ນຂື້ນ.
|
ມັນຝລັ່ງບົດ
ມັນຝລັ່ງບົດ ແມ່ນການປະສົນກັນຂອງມັນຝັ່ລງບົດປົນກັບຜັກກາດໃບກູດ ຫຼືວ່າຈະເປັນຜັກກະລຳ່ກໍ່ໄດ້. ຫຼາຍຄົນກໍ່ມັກເອົານົມ, ເບີ ຫຼືວ່ານຳ້ມັນໝາກກອກ ໃສ່ຕື່ມ ເພື່ອເພີ່ມຄວາມມັນໃຫ້ອາຫານ. ເຄັດລັບເພື່ອເຮັດໃຫ້ອາຫານຈານເດັດຄືມັນບົດແຊບ ແມ່ນໃຫ້ໃສ່ເກືອ, ພິກໄທ ແລະ ກະທຽມ ເພື່ອເພີ່ມກິ່ນແລະລົດຊາດຕື່ມ.
|
ຂະໜົມແຫ່ງວິນຍານ.
ຂະໜົມແຫ່ງວິນຍານ: ເປັນຫຍັງຄືມາເອີ້ນຊື່ແນວນັ້ນ “ຂະໜົມແຫ່ງວິນຍານ” ກໍ່ຍ້ອນວ່າຂະໜົມອັນນີ້ ຈະເອົາມາໃຊ້ເຂົ້າໃນການພາວະນາຂໍພອນໃຫ້ແກ່ຜູ້ທີ່ລ່ວງລັບໄປແລ້ວ. ຂະໜົມນີ້ສ່ວນຫຼາຍຈະເປັນຮູບມົນໆ ຫຼື ອາດຈະເປັນຮູບ ເລກບວກ, ໜ້າຂອງຂະໜົມຈະຕົກແຕ່ງດ້ວຍໝາກໄມ້ເຊື່ອມ ຫຼືວ່າ ໝາກໄມ້ແຫ້ງ(ອົບ) ຢາກຄືກັນກັບຂະໜົມປັງຂອງ ຫວຽດນາມ.
|
Toffee Apples (ຂະໜົມໝາກແອັບເປີ້ນ).
Toffee Apples (ຂະໜົມໝາກແອັບເປີ້ນ) : ວັນ Halloween ກໍ່ແມ່ນລະດູຂອງໝາກແອັບເປີ້ນ, ຍ້ອນແນວນັ້ນ Toffee Apples ໄດ້ຖືກຳເນີດເກີດຂື້ນມາ ປຽບເໝືອ ອາຫານພິເສດເປັນເອກກະລັກຂອງວັນບຸນດັ່ງກ່າວນີ້. ແມ່ນການປະສົມປະສານກັນລະຫວ່າງ ນຳ້ຕານ, ນຳ້, ສະໝຸນໄພ ແລະ ສີອາຫານ(ສ່ວນຫຼາຍແມ່ນສີແດງ) ຕົ້ມຈົນໄດ້ລະດັບຄວາມຮ້ອນສາມາດແຂງເປັນຂະໜົມ ແບບອົມ. ຫຼັງຈາກນັ້ນກໍ່ປະສົມໝາກແອັບເປີ້ນເຂົ້າໄປ, ເຮັດໃຫ້ມີສີທີ່ໜ້າສົນໃຈ ແລະດຶງດູດຜູ້ຄົນ.
|
ຊຸບ ໝາກອື
ຊຸບ ໝາກອື: ເມື່ອເວົ້າເຖິງ ວັນ Halloween ແມ່ນຕ້ອງໄດ້ເວົ້າເຖິງ ໝາກອຶ. ແລ້ວແຕ່ປະເພນີຂອງແຕ່ລະປະເທດໃນການເຮັດ ຊຸບໝາກອຶ ຈະປຸງແຕ່ງໃນຫຼາຍວິທີ ອັນແຕກຕ່າງກັນ, ແຕ່ໃຜໆກໍ່ຄົງຈະຮັບຮູ້ໄດ້ເຖິງຄວາມມັນ ລັກສະນະພິເສດຂອງ ໝາກອຶ ເມື່ອມາປະສົມກັບກະທິສົດ.
ເຂົ້າຈີ່ເບີ-ກະທຽມ ປີ້ງກ໋ອບໆ ແມ່ນສິ່ງທີ່ຈະນຳມາຈຳ້ກັບຊຸບໝາກອຶນີ້.
|
ເຂົ້າຈີ່ ໝາກໄມ້
ເຂົ້າຈີ່ ໝາກໄມ້: ເຂົ້າຈີ່ດັ່ງກ່າວນີ້ປະກົດຂື້ນທຳອິດຢູ່ ປະເທດ Ireland ແລະ ກາຍເປັນໜຶ່ງໃນອາຫານທີ່ເກົ່າແກ່ຢ່າງໄວວາ ໃນວັນບຸນປ່ອຍຜີໃນທົ່ວໂລກ. ເຮົາອາດຈະບັນຍາເຖິງ Barnbrack ເປັນເຂົ້າຈີ່ໝາກໄມ້ ປະສົມດ້ວຍວັດຖຸດີບຕ່າງກໍ່ຄືໝາກໄມ້ອົບ.
ສິ່ງທີ່ມີຄວາມພິເສດແມ່ນຈະມີພຽງແຕ່ວັດຖຸ 3 ສິ່ງທີ່ຈະເອົາໃສໃນໃຈເຂົ້າຈີ່ຄື: ເງິນຫຼຽນ, ຜ້າແຜ່ນໜຶ່ງ ແລະ ແຫວນວົງໜຶ່ງ. ເງິນຫຼຽນສະແດງເຖິງ ຄວາມໂຊກດີດ້ານການເງິນ, ຜ້າແພແມ່ນສະແດງເຖິງຄວາມລຳບາກ, ສຸດທ້າຍແຫວນ ສະແດງເຖິງ ການທຳນາຍ ຄວາມຮັກໃນອານາຄົດ.
(ຫັດທະບູນ)