06:40 | 25/02/2020

ຫວຽດນາມ ເປັນເຈົ້າການປັບຕົວໃຫ້ແທດເໝາະກັບສະພາບການລວມ

ຫວຽດນາມ ເປັນເຈົ້າການປັບຕົວໃຫ້ແທດເໝາະກັບສະພາບການລວມ

ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ ADMM ວົງແຄບ ຖ່າຍຮູບລວມ (ພາບ: qdnd.com)

ຕໍ່ໜ້າສະພາບການຜັນແປຂອງ Covid-19, ໂດຍປະຕິບັດການຊີ້ນຳຂອງການນຳກະຊວງປ້ອງກັນປະເທດ ຫວຽດນາມ, ບັນດາອົງການເຈົ້າໜ້າທີ່ໄດ້ຕັ້ງໜ້າປຶກສາຫາລືກັບບັນດາປະເທດສະມາຊິກ ເພື່ອຍົກອອກຂໍ້ລິເລີ່ມສ້າງຖະແຫຼງການຮ່ວມຂອງລັດຖະມົນຕີກະຊວງປ້ອງກັນປະເທດບັນດາປະເທດ ອາຊຽນ ກ່ຽວກັບການຮ່ວມມືດ້ານປ້ອງກັນຊາດໃນການຮັບມືຕໍ່ໂລກລະບາດ ແລະ ໄດ້ຮັບການສະໜັບສະໜູນຈາກບັນດາປະເທດ.

ສິ່ງທີ່ເປັນໜ້າສົນໃຈຢູ່ບ່ອນວ່າ ນັ້ນແມ່ນຈຸດພົ້ນເດັ່ນໃນຖະແຫຼງການຮ່ວມ ແມ່ນເລື່ອງບັນດາປະເທດໄດ້ຊົມເຊີຍ, ຕີລາຄາສູງການກະກຽມເປັນເຈົ້າການ, ລອບຄອບຖີ່ຖ້ວນ, ມີປະສິດທິຜົນຂອງ ຫວຽດນາມ ໃຫ້ປີ 2020, ພິເສດແມ່ນໃນການຮັບມືຕໍ່ໂລກລະບາດ; ຫຼືເລື່ອງ ຫວຽດນາມ ພ້ອມແລ້ວທີ່ຈະຈັດຕັ້ງບັນດາກອງປະຊຸມໂຕະມົນໃນການປ້ອງກັນ, ຄວບຄຸມໂລກລະບາດ…ຜູ້ແທນບັນດາປະເທດກໍ່ເຫັນດີເປັນເອກະພາບຕໍ່ການຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດໃນການຮັບມືຕໍ່ໂລກລະລາດ ບົນພື້ນຖານບັນດາຂໍ້ລິເລີ່ມ ແລະ ກົນໄກຂອງ ອາຊຽນ, ຄືສູນເສນາຮັກ ອາຊຽນ, ກອງປະຊຸມຜູ້ນຳໜ້າເສນາຮັກບັນດາປະເທດ ອາຊຽນ, ກອງປະຊຸມສຳມະນາເສນາຮັກ ອາຊຽນ ແລະ ຕາໜ່າງນັກຊ່ຽວຊານເຄມີສາດ, ຊີວະສາດ ແລະ ລັງສີ ອາຊຽນ.

ຫວຽດນາມ ຜັນຂະຫຍາຍຫຼາຍມາດຕະການຮັບປະກັນຄວາມປອດໄພໃຫ້ແກ່ຜູ້ແທນຢ່າງຄົບຊຸດຄື: ກວດພະຍາດຢູ່ສະໜາມບິນ, ສີດຢາຂ້າເຊື້ອຢູ່ສູນກອງປະຊຸມແຫ່ງຊາດ, ສ້າງກອງເສນາຮັກເຄື່ອນທີ່… ເພື່ອຕີລາຄາກ່ຽວກັບການກະກຽມຂອງ ຫວຽດນາມ ກໍ່ຄືເລື່ອງ ADMM Retreat ວາງອອກຖະແຫຼງການຮ່ວມ ກ່ຽວກັບການຮັບມືໂລກລະບາດ

(ໄຊພອນ)

Link: https://huunghivietlao.thoidai.com.vn/detail-article-4514.html

In bài biết