10:14 | 09/11/2018

ເດີນສວນສະໜາມສະເຫຼີມສະຫຼອງ 101 ປີ ແຫ່ງວັນປະຕິວັດເດືອນຕຸລາຢູ່ລັດເຊຍ

ເດີນສວນສະໜາມສະເຫຼີມສະຫຼອງ 101 ປີ ແຫ່ງວັນປະຕິວັດເດືອນຕຸລາຢູ່ລັດເຊຍ

ການເດີນສວນສະໜາມວາດພາບເຫດການເດີນສວນສະໜາມໃນວັນທີ 7 ພະຈິກ 1941 ຢູ່ສະໜາມແດງ. (ພາບ: Sputnik)

ເຂົ້າຮ່ວມການເດີນສວນສະໜາມມີປະມານ 5.000 ຄົນ. ນອກຈາກນັ້ນ, ຄາດຄະເນວ່າມີຊາວນະຄອນຫຼວງມົດສະກູ ແລະບັນດານະຄອນໃກ້ຄຽງພ້ອມກັບນັກທ່ອງທ່ຽວຕ່າງປະເທດປະມານ 12.000 ຄົນ ກໍ່ໄດ້ມີໜ້າຢູ່ທີ່ນີ້.

ພາຍຫຼັງການເດີນສວນສະໜາມທີ່ສະຫງ່າອົງອາດສະເຫຼີມສະຫຼອງການປະຕິວັດສັງຄົມນິຍົມເດືອນຕຸລາອັນຍິ່ງໃຫຍ່ ຄົບຮອບ 24 ປີ (7-11-1941) ດ້ວຍການເຂົ້າຮ່ວມຂອງປະມານ 28.000 ຄົນ, ບັນດານັກຮົບກອງທັບແດງ ໄດ້ອອກຈາກສະໜາມແດງໄປສູ່ສະໜາມຮົບ ເພື່ອປົກປັກຮັກສານະຄອນຫຼວງມົດສະກູ ໃນສົງຄາມປົກປັກຮັກສາປະເທດຊາດອັນຍິ່ງໃຫຍ່.

(ແຫຼ່ງ​ຂໍ້​ມູນ​: ທູຈາງ/ກປ.ອອນໄລ)

Link: https://huunghivietlao.thoidai.com.vn/detail-article-450.html

In bài biết