18:14 | 22/02/2020

ກອງປະຊຸມລະຫວ່າງລັດຖະບານອາຊຽນ ກ່ຽວກັບສິດທິມະນຸດ (AICHR) ຄັ້ງທີ 30

ກອງປະຊຸມລະຫວ່າງລັດຖະບານອາຊຽນ ກ່ຽວກັບສິດທິມະນຸດ (AICHR) ຄັ້ງທີ 30

ກອງປະຊຸມລະຫວ່າງລັດຖະບານອາຊຽນ ກ່ຽວກັບສິດທິມະນຸດ (AICHR) ຄັ້ງທີ 30.(ພາບ: baoquocte.vn)

ນີ້ແມ່ນການເຄື່ອນໄຫວທຳອິດໃນອາຍຸການເປັນປະທານ AICHR 2020 ຂອງຫວຽດນາມ ເພື່ອແນໃສ່ກວດກາສະພາບການຜັນຂະຫຍາຍບັນດາການເຄື່ອນໄຫວໃນບັນດາໂຄງການບຸລິມະສິດຂອງ AICHR; ພິຈາລະນາບົດລາຍງານຫົວເລື່ອງສະເພາະທີ່ກ່ຽວຂ້ອງເຖິງບັນດາສິດຄື: ການສຶກສາ, ສິ່ງແວດລ້ອມ, ສິດຂອງແມ່ຍິງ, ເດັກນ້ອຍ… ທີ່ຕິດພັນກັບບັນດາບູລິມະສິດໃນເປົ້າໝາຍພັດທະນາແບບຍືນຍົງ 2020 ຂອງສະຫະປະຊາຊາດ.

ວັນທີ 18 ກຸມພາ 2020, ທ່ານນາງເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງສສ.ຫວຽດນາມ ເລທິຕວ໊ຽດມາຍ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳສະຫະປະຊາຊາດ, ອົງການການຄ້າໂລກ (WTO) ແລະ ບັນດາອົງການສາກົນອື່ນຢູ່ເຊີແນວ, ປະເທດສະວິດ ໄດ້ມີການພົບປະຕາມພິທີການທູດ ແລະ ແລກປ່ຽນກັບທ່ານນາງ Michelle Bachelet, ຂ້າຫຼວງໃຫຍ່ສະຫະປະຊາຊາດ ຢູ່ສຳນັກງານຫ້ອງການຂ້າຫຼວງໃຫຍ່ສິດມະນຸດສະຫະປະຊາຊາດຢູ່ເຊີແນວ, ປະເທດສະວິດ.

ທ່ານນາງ Michelle Bachelet ໄດ້ຕີລາຄາສູງບົດບາດ, ການຮ່ວມມືຂອງຫວຽດນາມ ດ້ວຍບັນດາກົນໄກຂອງສະຫະປະຊາຊາດ ແລະ ບັນດາຜົນງານຂອງຫວຽດນາມ ໃນການຊຸກຍູ້ ແລະ ປົກປ້ອງສິດທິມະນຸດໃນໄລຍະມໍ່ໆມານີ້. ທ່ານນາງປາດຖະໜາວ່າ, ຫວຽດນາມ ຈະສືບຕໍ່ມີການປະກອບສ່ວນຢູ່ສະພາສິດທິມະນຸດສະຫະປະຊາຊາດ ແລະ ປະກອບສ່ວນໃຫ້ແກ່ບັນດາເປົ້າໝາຍພັດທະນາແບບຍືນຍົງຢູ່ຫວຽດນາມ ແລະ ຢູ່ພາກພື້ນ, ພ້ອມກັນນັ້ນ, ກໍ່ເສີມຂະຫຍາຍບົດບາດເປັນປະທານອາຊຽນ.

(ໄຊພອນ)

Link: https://huunghivietlao.thoidai.com.vn/detail-article-4499.html

In bài biết