11:35 | 22/02/2020

ຜົນປະໂຫຍດຕົວຈິງທີ່ ສປປ ລາວ ໄດ້ຮັບຈາກຂອບການຮ່ວມມື ແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ

ຜົນປະໂຫຍດຕົວຈິງທີ່ ສປປ ລາວ ໄດ້ຮັບຈາກຂອບການຮ່ວມມື ແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ

ກອງ​ປະ­ຊຸມ​ລັດ­ຖະ­ມົນ­ຕີ​ຕ່າງ­ປະ­ເທດ​ຂອບ​ການ​ຮ່ວມ​ມື ແມ່­ນ້ຳ​ຂອງ-ແມ່­ນ້ຳ​ລ້ານ​ຊ້າງ ຄັ້ງ​ທີ 5 ຢູ່​ນະ­ຄອນ­ຫຼວງ​ວຽງ​ຈັນ.(ພາບ: vientianemai.net)

ທ່ານ ສະເຫລີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ກ່າວໃນພິທີ ຖະແຫລງຂ່າວຜົນສຳເລັດຂອງກອງປະຊຸມ ລັດຖະມົນຕີຕ່າງປະເທດ ແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ຄັ້ງທີ 5 ໃນຕອນແລງຂອງວັນທີ 20 ກຸມພາ 2020 ທີ່ໂຮງແຮມດອນຈັນພາເລດ, ນະຄອນຫລວງວຽງຈັນ. ພ້ອມທັງຊີ້ ໃຫ້ເຫັນວ່າ: ສປປ ລາວ ຕີລາຄາສູງ ແລະ ໃຫ້ຄວາມສຳຄັນ ຕໍ່ຂອບການຮ່ວມມື ແມ່ນ້ຳຂອງ-ແມ່ນ້ຳ ລ້ານຊ້າງ ທີ່ມີການເຕີບໃຫຍ່ຂະຫຍາຍ ຕົວຢ່າງເປັນຮູບປະທຳໂດຍໄວ, ມີກົນໄກການຮ່ວມມືຢ່າງເປັນລະບົບ ແລະ ມີຂອບເຂດການຮ່ວມມືທີ່ສອດຄ່ອງ ກັບສະພາບເງື່ອນໄຂ ຂອງການພັດທະນາເສດຖະກິດ-ສັງຄົມ ຂອງບັນດາປະເທດ ໃນພາກພື້ນແມ່ນ້ຳຂອງ ໂດຍປິ່ນອ້ອມສາມເສົາຄ້ຳການຮ່ວມມື ແລະ 5 ຂົງເຂດບູລິມະສິດ ຄື: ການເຊື່ອມຈອດ, ຄວາມອາດສາມາດ ໃນການຜະລິດ, ການຮ່ວມມືດ້ານເສດຖະກິດຂ້າມຊາຍແດນ, ການຄຸ້ມຄອງຊັບພະຍາກອນນ້ຳ ແລະ ກະສິກຳ, ລວມທັງການຫລຸດຜ່ອນຄວາມທຸກຍາກ.

ສປປ ລາວ ໄດ້​ຮັບ​ກຽດ​ເປັນ​ເຈົ້າ­ພາບ​ຈັດ​ກອງ​ປະ­ຊຸມ​ລັດ­ຖະ­ມົນ­ຕີ​ຕ່າງ­ປະ­ເທດ​ຂອບ​ການ​ຮ່ວມ​ມື ແມ່­ນ້ຳ​ຂອງ-ແມ່­ນ້ຳ​ລ້ານ​ຊ້າງ ຄັ້ງ​ທີ 5 ຢູ່​ນະ­ຄອນ­ຫຼວງ​ວຽງ​ຈັນ ໂດຍ​ເປັນ​ປະ­ທານ​ຮ່ວມ​ຂອງ​ທ່ານ ສະ­ເຫຼີມ​ໄຊ ກົມ​ມະ​ສິດ ລັດ­ຖະ­ມົນ­ຕີ​ກະ­ຊວງ​ການ​ຕ່າງ­ປະ­ເທດ ສປປ ລາວ ແລະ ທ່ານ ຫວັງ ອີ ທີ່​ປຶກ­ສາ​ແຫ່ງ​ລັດ ລັດ­ຖະ­ມົນ­ຕີ​ກະ­ຊວງ​ການ​ຕ່າງ­ປະ­ເທດ ສປ ຈີນ ມີ​ຜູ້​ແທນ​ຈາກ 6 ປະ­ເທດ​ສະ­ມາ­ຊິກ ເຂົ້າ​ຮ່ວມ. ກອງ​ປະ­ຊຸມ​ຄັ້ງ​ນີ້ ໄດ້​ທົບ​ທວນ­ຄືນ​ຜົນ​ການ​ຮ່ວມ​ມື​ຂອບ​ການ​ຮ່ວມ​ມື ແມ່­ນ້ຳ​ຂອງ-ແມ່­ນ້ຳ​ລ້ານ​ຊ້າງ ໃນ​ໄລ­ຍະ​ຜ່ານ​ມາ ໂດຍ​ສະ­ເພາະ ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ຖະ­ແຫຼງ­ການ​ຊານ​ຢາ ກອງ​ປະ­ຊຸມ​ຜູ້­ນຳ​ແມ່­ນ້ຳ​ຂອງ-ແມ່­ນ້ຳ​ລ້ານ​ຊ້າງ ຄັ້ງ​ທີ 1 ຖະ­ແຫຼງ­ການ​ພະ­ນົມ​ເປັນ ກອງ​ປະ­ຊຸມ​ຜູ້­ນຳ​ແມ່­ນ້ຳ​ຂອງ-ແມ່­ນ້ຳ​ລ້ານ​ຊ້າງ ຄັ້ງ​ທີ 2 ແລະ ແຜນ​ປະ­ຕິ­ບັດ​ງານ 5 ປີ (2018-2022) ຂອງ​ຂອບ​ການ​ຮ່ວມ​ມື ແມ່­ນ້ຳ​ຂອງ-ແມ່­ນ້ຳ​ລ້ານ​ຊ້າງ ເຊິ່ງ​ກອງ​ປະ­ຊຸມ​ຕີ​ລາ­ຄາ​ວ່າ ຂອບ​ການ​ຮ່ວມ​ມື​ດັ່ງ­ກ່າວ ມີ​ທ່າ​ກ້າວ​ຂະ­ຫຍາຍ­ຕົວ​ຢ່າງ​ໄວ­ວາ​ທັງ​ລວງ​ກວ້າງ ແລະ ລວງ​ເລິກ ພາຍ​ໃຕ້ 3 ເສົາ­ຄ້ຳ​ຂອງ​ການ​ຮ່ວມ​ມື ກໍ​ຄື 5 ຂົງ­ເຂດ​ບຸ­ລິ­ມະ­ສິດ (ການ​ເຊື່ອມ​ຈອດ ຄວາມ​ສາ­ມາດ​ດ້ານ​ການ​ຜະ­ລິດ ການ​ຮ່ວມ​ມື​ດ້ານ​ເສດ­ຖະ­ກິດ​ຂ້າມ​ຊາຍ​ແດນ ການ​ຄຸ້ມ​ຄອງ​ຊັບ­ພະ­ຍາ­ກອນ​ນ້ຳ ແລະ ກະ­ສິ­ກຳ ແລະ ການ​ຫຼຸດ­ຜ່ອນ​ຄວາມ­ທຸກ​ຍາກ) ສະ­ແດງ​ອອກ​ນັບ​ແຕ່​ມີ​ການ​ສ້າງ­ຕັ້ງ​ຂອບ​ການ​ຮ່ວມ​ມື​ດັ່ງ­ກ່າວ ແຕ່​ປີ 2016 ເປັນ­ຕົ້ນ​ມາ ປະ­ເທດ​ສະ­ມາ­ຊິກ​ໄດ້​ມີ​ການ​ສ້າງ­ຕັ້ງ​ກອງ​ເລ­ຂາ​ປະ­ສານ​ງານ ແລະ ສູນ​ຄົ້ນ­ຄວ້າ​ແມ່­ນ້ຳ​ຂອງ​ສາ­ກົນ​ຂຶ້ນ ແລະ ໄດ້​ຍົກ​ລະ­ດັບ​ກົນ​ໄກ​ການ​ຮ່ວມ​ມື​ໃນ​ຂົງ­ເຂດ​ການ​ຄຸ້ມ​ຄອງ​ຊັບ­ພະ­ຍາ­ກອນ​ນ້ຳ​ຈາກ​ໜ່ວຍ​ງານ​ວິ­ຊາ​ການ ໄປ​ສູ່​ລະ­ດັບ​ກອງ​ປະ­ຊຸມ​ລັດ­ຖະ­ມົນ­ຕີ​ດ້ານ​ຊັບ­ພະ­ຍາ­ກອນ​ນ້ຳ​ໃນ​ເດືອນ​ທັນ­ວາ 2019 ຂອບ​ການ​ຮ່ວມ​ມື​ແມ່­ນ້ຳ​ຂອງ-ແມ່­ນ້ຳ​ລ້ານ​ຊ້າງ ໄດ້​ສ້າງ­ຕັ້ງ​ກອງ​ທຶນ​ພິ­ເສດ​ແມ່­ນ້ຳ​ຂອງ-ແມ່­ນ້ຳ​ລ້ານ​ຊ້າງ​ຂຶ້ນ​ປີ 2017 ເຊິ່ງ ສປ ຈີນ ໄດ້​ປະ­ກອບ­ສ່ວນ​ໃນ​ກອງ​ທຶນ​ດັ່ງ­ກ່າວ 300 ລ້ານ​ໂດ​ລາ ຫຼື ປະ­ມານ 2.672,8 ຕື້​ກີບ ເພື່ອ​ຈັດ​ຕັ້ງ​ປະ­ຕິ­ບັດ​ໂຄງ­ການ​ຮ່ວມ​ມື​ຕ່າງໆ​ໃນ​ປະ­ເທດ​ສະ­ມາ­ຊິກ​ແມ່­ນ້ຳ​ຂອງ-ແມ່­ນ້ຳ​ລ້ານ​ຊ້າງ ໄລ­ຍະ​ປີ 2017-2022 ປັດ­ຈຸ­ບັນ​ມີ​ຫຼາຍ​ກວ່າ 300 ກວ່າ​ໂຄງ­ການ (ປີ 2017-2019) ທີ່​ໄດ້​ຮັບ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ຢູ່ 6 ປະ­ເທດ​ສະ­ມາ­ຊິກ ແລະ ໄດ້​ປະ­ກອບ­ສ່ວນ​ສຳ­ຄັນ​ໃນ​ການ​ພັດ­ທະ­ນາ​ເສດ­ຖະ­ກິດ-ສັງ­ຄົມ ໃນ​ພາກ​ພື້ນ​ແມ່­ນ້ຳ​ຂອງ​ຢ່າງ​ເປັນ​ຮູບ​ປະ​ທຳ ແລະ ມີ​ໝາກ­ຜົນ ໃນ​ນີ້​ມີ 36 ໂຄງ­ການ ທີ່​ກຳ­ລັງ​ຈັດ​ຕັ້ງ​ປະ­ຕິ­ບັດ​ຢູ່ ສປປ ລາວ ອັນ​ພົ້ນ​ເດັ່ນ​ໂຄງ­ການ​ພັດ­ທະ­ນາ​ຊົນ­ນະ­ບົດ ແລະ ຫຼຸດ­ຜ່ອນ​ຄວາມ­ທຸກ​ຍາກ ມູນ​ຄ່າ 33 ລ້ານ​ຢວນ ຫຼື ປະ­ມານ 42 ຕື້​ກີບ ໂຄງ­ການ​ປິ່ນ­ປົວ​ແກ່ນ​ຕາ​ຂຸ້ນ​ບໍ່​ເສຍ​ຄ່າ ໂດຍ​ແພດ​ຊ່ຽວ­ຊານ​ຈາກ ສປ ຈີນ ທີ່​ເດີນ­ທາງ​ມາ​ກວດ​ຮັກ­ສາ​ຢູ່ ສປປ ລາວ ແລະ ໂຄງ­ການ​ສ້າງ​ຄວາມ​ສາ­ມາດ​ໃຫ້​ພະ­ນັກ­ງານ​ທີ່​ຕິດ​ພັນ​ກັບ 5 ຂົງ­ເຂດ​ບຸ­ລິ­ມະ­ສິດ​ຂອງ​ການ​ຮ່ວມ​ມື.

(ໄຊພອນ)

Link: https://huunghivietlao.thoidai.com.vn/detail-article-4495.html

In bài biết