06:28 | 22/02/2020

ເພີ່ມຄວາມສາມາດການຕິດຕາມໄພອັນຕະລາຍ ແລະ ການເຕື່ອນໄພພິບັດລ່ວງໜ້າ

ເພີ່ມຄວາມສາມາດການຕິດຕາມໄພອັນຕະລາຍ ແລະ ການເຕື່ອນໄພພິບັດລ່ວງໜ້າ

ພິ­ທີ​ລົງ​ນາມ​ບົດ​ບັນ­ທຶກ​ຂໍ້​ຕົກ­ລົງ ໂຄງ­ການ​ນຳ​ໃຊ້​ລະ­ບົບ​ການ​ຕອບ​ໂຕ້​ໄພ­ພິ­ບັດ (DMRS)

ໂຄງ­ການ DMRS ເປັນ​ໂຄງ­ການ​ຊ່ວຍ­ເຫຼືອ​ລ້າ ຈາກ​ອົງ­ການ​ພັດ­ທະ­ນາ​ສາ­ກົນ ສ ອາ​ເມ​ຣິ​ກາ ໂດຍ​ຜ່ານ​ສູນ PCD ໂຄງ­ການ​ດັ່ງ­ກ່າວ​ຈະ​ສ້າງ​ຄວາມ​ເຂັ້ມ­ແຂງ​ໃນ​ລະ­ບົບ​ການ​ຕິດ­ຕາມ ການ​ພະ­ຍາ­ກອນ​ອາ ກາດ ແຈ້ງ​ຂ່າວ​ເຕືອນ​ໄພ ແລະ ການ​ຄຸ້ມ​ຄອງ​ໄພ­ພິ­ບັດ ຍົກ​ລະ­ດັບ​ຄວາມ​ສາ­ມາດ​ລະ­ບົບ​ການ​ຕິດ­ຕາມ ການ​ຄຸ້ມ​ຄອງ​ໄພ­ພິ­ບັດ​ຂອງ​ສູນ​ປະ­ສານ​ຊ່ວຍ­ເຫຼືອ​ດ້ານ​ມະ­ນຸດ­ສະ­ທຳ​ອາ​ຊຽນ ໃຫ້​ມີ​ຄວາມ​ເຂັ້ມ­ແຂງ​ໃນ​ການ​ແບ່ງ­ປັນ ແລະ ແລກ­ປ່ຽນ​ຂໍ້​ມູນ​ຂ່າວ­ສານ​ດ້ານ​ການ​ເຕືອນ​ໄພ ແລະ ຄຸ້ມ​ຄອງ​ໄພ­ພິ­ບັດ​ອາ​ຊຽນ ການ​ປະ­ຕິ ບັດ​ກິດ­ຈະ­ກຳ​ໂຄງ­ການ​ໄດ້​ຮັບ​ການ​ສະ­ໜັບ­ສະ­ໜູນ​ດ້ານ​ເຕັກ­ນິກ​ວິ­ຊາ​ການ​ຈາກ​ສູນ PCD ແລະ ສູນ​ປະ ສານ​ຊ່ວຍ­ເຫຼືອ​ດ້ານ​ມະ­ນຸດ­ສະ­ທຳ​ອາ​ຊຽນ ໂດຍ​ໂຄງ­ການ​ນີ້ ຈະ​ຈັດ​ຕັ້ງ​ປະ­ຕິ­ບັດ​ແຕ່​ເດືອນ​ພຶດ­ສະ­ພາ-ພະ­ຈິກ 2020 ມູນ​ຄ່າ 145.932 ໂດ​ລາ​ສະ­ຫະ­ລັດ ຫຼື ປະ­ມານ 1,3 ຕື້​ກີບ.

ໃນ​ໄລ­ຍະ​ຜ່ານ​ມາ ລັດ­ຖະ­ບານ​ລາວ ໄດ້​ໃຫ້​ຄວາມ​ສຳ­ຄັນ​ຕໍ່​ວຽກ​ງານ​ຄຸ້ມ​ຄອງ​ໄພ­ພິ­ບັດ ເຊິ່ງ​ໄດ້​ຊຸກ­ຍູ້​ໃຫ້​ແຕ່​ລະ​ພາກ­ສ່ວນ​ຈັດ​ຕັ້ງ​ຜັນ​ຂະ­ຫຍາຍ​ ຍຸດ​ທະ​ສາດ​ຫຼຸດ­ຜ່ອນ​ໄພ­ພິ­ບັດ​ສາ­ກົນ ແລະ ພາກ​ພື້ນ​ອາ​ຊຽນ ເຂົ້າ​ສູ່​ແຜນ​ງານ ແລະ ການ​ປະ­ຕິ­ບັດ​ຕົວ​ຈິງ ເປັນ­ຕົ້ນ ເຊື່ອມ​ເອົາ​ວຽກ​ງານ​ຫຼຸດ­ຜ່ອນ​ຄວາມ​ສ່ຽງ​ໄພ­ພິ­ບັດ​ເຂົ້າ​ໃນ​ແຜນ​ງານ ແລະ ໂຄງ­ການ​ພັດ­ທະ­ນາ​ເສດ­ຖະ­ກິດ-ສັງ­ຄົມ ລະ­ດັບ​ຊາດ ແລະ ທ້ອງ­ຖິ່ນ ເພີ່ມ​ທະ­ວີ​ຄວາມ​ເຂັ້ມ­ແຂງ​ໃຫ້​ລະ­ບົບ​ການ​ພະ­ຍາ­ກອນ ແລະ ການ​ເຕືອນ​ໄພ​ລ່ວງ​ໜ້າ ຍົກ​ລະ­ດັບ​ຄວາມ​ສາ­ມາດ​ໃຫ້​ກົນ​ໄກ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ວຽກ​ງານ​ຄຸ້ມ​ຄອງ​ໄພ­ພິ­ບັດ​ລົງ​ຮອດ​ຊຸມ​ຊົນ​ຂັ້ນ​ບ້ານ ເພີ່ມ​ທະ­ວີ​ວຽກ​ງານ​ໂຄ­ສະ­ນາ​ສຶກ​ສາ​ອົບ­ຮົມ ສ້າງ​ຈິດ​ສຳ­ນຶກ​ຊຸມ​ຊົນ​ໄດ້​ຮັບ​ຮູ້​ເຖິງ​ຄວາມ​ສ່ຽງ​ໄພ­ພິ­ບັດ ແລະ ປະ­ກອບ­ສ່ວນ​ໃນ​ການ​ກະ­ກຽມ​ຮັບ​ມື​ກັບ​ໄພ­ພິ­ບັດ.

(ແຫຼ່ງ​ຂໍ້​ມູນ​: vientianemai.net)

Link: https://huunghivietlao.thoidai.com.vn/detail-article-4492.html

In bài biết