ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ພົນໂທ ໂງຊວັນລິກ ພົບປະສອງຝ່າຍກັບ ລັດຖະມົນຕີກະຊວງປ້ອງກັນປະເທດລາວ
ຕອນບ່າຍວັນທີ 18 ກຸມພາ, ໃນຂອບເຂດກອງປະຊຸມລັດຖະມົນຕີກະຊວງປ້ອງກັນປະເທດ ອາຊຽນແຄບ 2020 (ADMM) ໄດ້ຈັດຂຶ້ນ ຢູ່ຮ່າໂນ້ຍ, ທ່ານພົນໂທ ໂງຊວັນລິກ, ກຳມະການກົມການເມືອງ, ຮອງເລຂາຄະນະພັກການທະຫານສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ຮັບຕ້ອນທ່ານພົນໂທ ຈັນສະໝອນ ຈັນຍາລາດ, ກຳມະການກົມການເມືອງສູນກາງພັກປະຊາຊົນປະຕິວັດລາວ, ລັດຖະມົນຕີກະຊວງປ້ອງກັນປະເທດລາວ.
ກ່າວຄຳເຫັນທີ່ການພົບປະ, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ໂງຊວັນລິກ ໃຫ້ຮູ້ວ່າ ຫວຽດນາມປາດຖະໜາວ່າ ລາວ ແລະ ບັນດາປະເທດສະມາຊິກອາຊຽນ ສືບຕໍ່ຮັດແໜ້ນກົນໄກຮ່ວມມືດ້ານປ້ອງກັນຊາດ - ການທະຫານ; ສ້າງປະຊາຄົມອາຊຽນທີ່ມີຄວາມສາມັກຄີ ແລະ ສາມາດເໝາະສົມເຂົ້າກັບປັດໄຈຈາກພາຍນອກຢ່າງຈິງຈັງ, ສອດຄ່ອງກັບຈິດໃຈຂອງຫົວຂໍ້ “ການຮ່ວມມືດ້ານປ້ອງກັນຊາດເພື່ອອາຊຽນເຂັ້ມແຂງ, ສະໜິດຕິດພັນຢ່າງເໝາະສົມ ແລະ ເປັນເຈົ້າການ” ໃນປີ 2020 ທີ່ ກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ເລືອກເຟັ້ນ.
![]() |
ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ພົນໂທ ໂງຊວັນລິກ ແລະ ທ່ານລັດຖະມົນຕີກະຊວງປ້ອງກັນປະເທດລາວ ຈັນສະໝອນ ຈັນຍາລາດ ທີ່ກອງປະຊຸມອາຊຽນແຄບ 2020. (ພາບ: vietnamplus)
ກ່າວຄຳເຫັນທີ່ກອງປະຊຸມ, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດລາວ ຈັນສະໝອນ ຈັນຍາລາດ ໄດ້ຕີລາຄາສູງການກະກຽມຂອງກະຊວງປ້ອງກັນປະເທດ ຫວຽດນາມ ສຳລັບບັນດາການເຄື່ອນໄຫວຂອງກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ ກໍ່ຄືບັນດາການເຄື່ອນໄຫວປ້ອງກັນຊາດ - ການທະຫານໃນປີ ຫວຽດນາມ ດຳລົງຕຳແໜ່ງປະທານອາຊຽນ 2020.
ໂດຍສະເພາະ, ກອງປະຊຸມແຄບ ລັດຖະມົນຕີປ້ອງກັນປະເທດອາຊຽນປີ 2020 (ADMM) ໄດ້ຈັດຂຶ້ນໃນເວລາທີ່ມີການລະບາດຂອງພະຍາດລະບົບຫາຍໃຈທີ່ຮຸນແຮງຍ້ອນເຊື້ອໄວຣັດ Corona ໃໝ່ (COVID-19), ແຕ່ວ່າ ຫວຽດນາມ ໄດ້ຈັດຂຶ້ນກອງປະຊຸມຢ່າງມີຄວາມຫ້າວຫັນ ແລະ ຕັ້ງໜ້າ, ຮັບປະກັນສຸຂະອະນາໄມ, ປ້ອງກັນພະຍາດລະບາດ, ສ້າງຄວາມສະຫງົບສຸກໃຫ້ແກ່ບັນດາຄະນະຜູ້ແທນທີ່ເຂົ້າຮ່ວມກອງປະຊຸມ.
ລັດຖະມົນຕີກະຊວງປ້ອງກັນປະເທດລາວ ໄດ້ສະແດງຄວາມເຊື່ອໝັ້ນວ່າ ດ້ວຍການເປັນປະທານອາຊຽນໃນປີ 2020 ຂອງ ຫວຽດນາມ, ກົນໄກການຮ່ວມມືຂອງ ADMM ແລະ ADMM + ຈະສືບຕໍ່ຢືນຢັນບົດບາດສຳຄັນຂອງຕົນໃນໂຄງປະກອບຄວາມໝັ້ນຄົງພາກພື້ນ.
ທີ່ການພົບປະ, ລັດຖະມົນຕີທັງສອງທ່ານ ໄດ້ຢືນຢັນວ່າການຮ່ວມມືດ້ານປ້ອງກັນຊາດ ຫວຽດນາມ - ລາວ ຍາມໃດກໍ່ໄດ້ຮັບຖືວ່າແມ່ນໜຶ່ງໃນບັນດາເສົາຄໍ້າສຳຄັນ ໃນການພົວພັນສອງຝ່າຍ. ສອງຝ່າຍເຫັນດີເປັນເອກະພາບປະສານສົມທົບຢ່າງແໜ້ນແຟ້ນ ໃນການຊີ້ນຳບັນດາອົງການ, ຫົວໜ່ວຍຂອງສອງປະເທດ ຜັນຂະຫຍາຍບັນດາເນື້ອໃນບົນພື້ນຖານອະນຸສັນຍາໄລຍະ 2020-2024 ແລະ ແຜນການຮ່ວມມືປະຈຳປີ.
(ຄຳຮຸ່ງ)