06:16 | 12/02/2020

ຫວຽດນາມ ແລະ ອີຢູ ຊຸກຍູ້ການຮ່ວມມືໃນຂົງເຂດຮັກສາສັນຕິພາບ ຂອງສະຫະປະຊາຊາດ

ທ່ານນາງ Axelle Nicaise ໃຫ້ຮູ້ວ່າ ຝ່າຍ ອີຢູ ໄດ້ໃຫ້ສັດຕະຍາບັນສັນຍາ ລະຫວ່າງ ຫວຽດນາມ ແລະ ອີຢູ ກ່ຽວກັບການສ້າງຂອບເຂດການເຂົ້າຮ່ວມຂອງ ຫວຽດນາມ ໃນບັນດາການເຄື່ອນໄຫວຄຸ້ມຄອງວິກິດການຂອງ ອີຢູ (FPA). ນອກຈາກນັ້ນ, ອີຢູ ໄດ້ແຕ່ງຕັ້ງບັນດານັກຊ່ຽວຊານ ກ່ຽວກັບການຮັກສາສັນຕິພາບ ສປຊ ມາເຮັດວຽກຢູ່ກົມຮັກສາສັນຕິພາບ ຫວຽດນາມ ເພື່ອໜູນຊ່ວຍບັນດາໂຄງການຮ່ວມມືລະຫວ່າງສອງຝ່າຍໃນໄລຍະຈະມາເຖິງ.

ຫວຽດນາມ ແລະ ອີຢູ ຊຸກຍູ້ການຮ່ວມມືໃນຂົງເຂດຮັກສາສັນຕິພາບ ຂອງສະຫະປະຊາຊາດ

ທ່ານພົນໂທ ຫງວຽນຈີ໊ວິ້ງ ຮອງລັດຖະມົນຕີກະຂວງປ້ອງກັນປະເທດ ຫວຽດນາມ ຕ້ອນຮັບທ່ານນາງ Axelle Nicaise, ອັກຄະລັດຖະທູດ, ຄະນະຜູ້ຕາງໜ້າສະຫະພາບເອີຣົບ ປະຈໍາ ຫວຽດນາມ (ພາບ: qdnd.vn)

ທ່ານພົນໂທ ຫງວຽນຈີ໊ວິ້ງ ສະແດງຄວາມຂອບອົກຂອບໃຈຕໍ່ການໜູນຊ່ວຍຢ່າງມີປະສິດທິຜົນຂອງ ອີຢູ ໃນໄລຍະຜ່ານມາ, ພ້ອມກັນນັ້ນ ກໍໃຫ້ຮູ້ວ່າ ຫວຽດນາມຈະໃຫ້ສັດຕະຍາບັນ ສັນຍາ FPA ໃນໄລຍະຈະມາເຖິງ. ດັ່ງນັ້ນ, ສອງຝ່າຍຄວນປະຕິບັດສໍາເລັດວຽກງານກະກຽມ ເພື່ອປຶກສາຫາລືກ່ຽວກັບບັນດາແຜນການລະອຽດ ແນໃສ່ຜັນຂະຫຍາຍການຮ່ວມມືໃນເນື້ອໃນຕ່າງໆ ເຊິ່ງສອງຝ່າຍໄດ້ເຫັນດີເປັນເອກະພາບກັນ. ທ່ານຮອງລັດຖະມົນຕີ ຫວຽວນຈີີ໊ວິ້ງ ກໍສະເໜີໃຫ້ ອີຢູ ສືບຕໍ່ພິຈາລະນາໜູນຊ່ວຍການບໍາລຸງສ້າງໃຫ້ແກ່ນາຍທະຫານ ຫວຽດນາມ ທີ່ຈະເຂົ້າຮ່ວມການຮັກສາສັນຕິພາບ ສປຊ, ໃນນັ້ນ ລວມມີຊຸດບໍາລຸງພາສາຝລັ່ງ ອີກດ້ວຍ.

(ແຫຼ່ງ​ຂໍ້​ມູນ​: VOV WORLD)

Link: https://huunghivietlao.thoidai.com.vn/detail-article-4440.html

In bài biết