10:03 | 19/09/2018

ອາເມລິກາ ປະກາດ ຂື້ນອັດຕາພາສີໃຫມ່ ສຳລັບສິນຄ້ານຳເຂົ້າ ຈາກ ປະເທດຈີນ

ອາເມລິກາ ປະກາດ ຂື້ນອັດຕາພາສີໃຫມ່ ສຳລັບສິນຄ້ານຳເຂົ້າ ຈາກ ປະເທດຈີນ

ສົງຄາມການຄ້າ ລະຫວ່າງ ອາເມລິກາ ແລະ ຈີນ ເພີ່ມທະວີຄວາມຮຸນແຮງຂື້ນສັກໄຊ້.

ວັນທີ 17 ກັນຍາ, ຄວາມເຄັ່ງຕຶງດ້ານການຄ້າ ລະຫວ່າງສອງ ຍັກໃຫຍ່ ເສດຖະກິດ ໂລກ, ປະທານາທິບໍດີ ອາເມລິກາ Donald Trump ປະກາດຂື້ນອັດຕາພາສີ ອີກ 10% ສຳລັບສິນຄ້ານຳເຂົ້າ ຈາກປະເທດຈີນ ທີ່ມີມູນຄ່າເຖິງ 200 ຕື້ USD ເລີ່ມຕັ້ງແຕ່ວັນທີ 24 ກັນຍາເປັນຕົ້ນໄປ ແລະ ຈະເພີ່ມຂື້ນຮອດ 25% ໃນຕົ້ນປີ 2019. ອີງຕາມການແຈ້ງການຂອງທຳນຽບຂາວໃຫ້ຮູ້ວ່າ: ຂໍ້ຕົກລົງ ສະບັບນີ້ ຂອງລັດຖະບານ ອາເມລິກາ ໄດ້ຍົກໃຫ້ເຫັນ ໂດຍອີງໃສ່ຜົນຂອງການສຳຫຼວດທີ່ສະແດງໃຫ້ເຫັນວ່າ: ຈີນ ໄດ້ມີບັນດານະໂຍບາຍ ກໍ່ຄືການເຄື່ອນໄຫວ ບໍ່ຍຸຕິທຳ ກ່ຽວຂ້ອງເຖິງຊັບສິນທາງປັນຍາ ແລະ ເຕັກໂນໂລຊີ ຂອງ ອາເມລິກາ. ທ່ານປະທານາທິບໍດີ Donald Trump ກໍ່ກ່າວເຕືອນວ່າ: ຖ້າຫາກ ຈີນ ມີພຶດຕິກຳໂຕ້ຕອບທີ່ແນໃສ່ກຳມະກອນ ແລະ ບັນດາຂະແໜງອຸດສາຫະກຳອື່ນໆຂອງອາເມລິກາ, ອາເມລິກາ ຈະດຳເນີນໄລຍະ 3 ໃນເພີ່ມອັດຕາພາສີ ສຳລັບ ສິນຄ້ານຳເຂົ້າ ຈາກ ປະເທດຈີນອາດມີມູນຄ່າເຖິງ 267 ຕື້ USD ໃນທັນທີ.

ກ່ອນໜ້ານີ້, ໃນວັນທີ 16 ກັນຍາ, ເຈົ້າໜ້າທີ່ ຈີນ ທ່ານໜຶ່ງໃຫ້ຮູ້ວ່າ: ລັດຖະບານ ຈີນ ອາດຈະປະຕິເສດເຂົ້າຮ່ວມການເຈລະຈາດ້ານການຄ້າໃໝ່ກັບ ອາເມລິກາ ເຊິ່ງຄາດວ່າຈະດຳເນີນໃນທ້າຍເດືອນກັນຍານີ້ ຖ້າຫາກອຳນາດການປົກຄອງຂອງທ່ານປະທານາທິບໍດີ Donald Trump ສືບຕໍ່ຈັດວາງອັດຕາພາສີເພີ່ມເຕີມສຳລັບບັນດາປະເພດສິນຄ້າຂອງຈີນ.

(ຫັດ​ທະ​ບູນ)

Link: https://huunghivietlao.thoidai.com.vn/detail-article-444.html

In bài biết