11:20 | 01/02/2020

ຫວຽດ​ນາມ ຊຸກຍູ້ການຮ່ວມມືຫຼາຍຝ່າຍ ​ຢ່າງ​ຕັ້ງ​ໜ້າ

ຫວຽດ​ນາມ ຊຸກຍູ້ການຮ່ວມມືຫຼາຍຝ່າຍ ​ຢ່າງ​ຕັ້ງ​ໜ້າ

ພາບປະກອບ

ໃນເດືອນທຳອິດທີ່ຫວຽດນາມ ເປັນປະທານ ສະພາຄວາມໝັ້ນຄົງ ສປຊ, ອົງການນີ້ ໄດ້ດຳເນີນການປະຊຸມເປີດເຜີຍ ແລະ ການປະຊຸມລັບນັບສິບຄັ້ງ ເພື່ອປຶກສາຫາລືກ່ຽວກັບຫຼາຍບັນຫາສາກົນ ແລະ ພາກພື້ນຄື: ສະພາບມະນຸດສະທຳຢູ່ຊີຣີ, ຕາເວັນອອກກາງ, ເຢແມນ, ສະພາບດ້ານການເມືອງ, ຄວາມສະຫງົບປອດໄພຢູ່ມາລີ. ບັນດາເນື້ອໃນນີ້ ໄດ້ປະກອບສ່ວນຊຸກຍູ້ບົດບາດຂອງກົດໝາຍສາກົນເພື່ອໂລກແຫ່ງສັນຕິພາບ, ຄວາມຍຸດຕິທຳ.

ໜ້າເອົາໃຈໃສ່ແມ່ນ, ຫວຽດນາມ ໄດ້ສະເໜີ ແລະ ໄດ້ຮັບຄວາມເຫັນດີເຫັນພ້ອມສູງຈາກທຸກປະເທດທີ່ເປັນກຳມະການສະພາຄວາມໝັ້ນຄົງ ສປຊ ໃນການຈັດຕັ້ງການປຶກສາຫາລືເປີດກ່ຽວກັບການຊຸກຍູ້ການປະຕິບັດກົດບັດ ສປຊ ໃນວັນທີ 9 ມັງກອນປີ 2020. ຫົວເລື່ອງທີ່ມີລັກສະນະສະຖານະການນີ້ ມີຄວາມໝາຍທີ່ແທດຈິງທີ່ສຸດ, ປະກອບສ່ວນຢັ້ງຢືນຄວາມສຳຄັນຂອງກົດບັດ ສປຊ ຄືນໃໝ່ ກໍ່ຄືການຮ່ວມມືຫຼາຍຝ່າຍເພື່ອຮັກສາສັນຕິພາບ, ຄວາມໝັ້ນສາກົນ.

ດ້ວຍການປະຕິບັດໜ້າທີ່ຄວາມຮັບຜິດຊອບຂອງຕົນໃຫ້ເປັນຢ່າງດີ, ຫວຽດນາມ ໄດ້ສະແດງໃຫ້ເຫັນວ່າ ຕົນເອງເປັນ ສະມາຊິກທີ່ຕັ້ງໜ້າ, ມີຄວາມຮັບຜິດຊອບ, ຍາມໃດກໍ່ ປະຕິບັດກົດບັດ ສປຊ ໃຫ້ເປັນຢ່າງດີ; ພ້ອມທັງມີຄວາມປາດຖະໜາຢາກສ້າງໂລກໂດຍອີງໃສ່ຄວາມເປັນລະບຽບຮຽບຮ້ອຍ ແລະ ກົດໝາຍສາກົນ; ແກ້ໄຂທຸກໆການປະທະກັນ, ການຂັດແຍ້ງການໂດຍສັນຕິວິທີ; ຊຸກຍູ້ການຮ່ວມມືຫຼາຍຝ່າຍ ແລະ ເພີ່ມທະວີການເຊື່ອມຕໍ່ລະຫວ່າງ ອາຊຽນ ແລະ ສປຊ.

(ໄຊພອນ)

Link: https://huunghivietlao.thoidai.com.vn/detail-article-4390.html

In bài biết