ສະມາຄົມມິດຕະພາບ ຫວຽດນາມ ແລະ ລາວ ແລກປ່ຽນທິດທາງແຜນກ່ານ-ການຮ່ວມມື ປີ 2020
![]() |
ສະມາຄົມມິດຕະພາບ ຫວຽດນາມ - ລາວ ແລກປ່ຽນແຜນການຮ່ວມມືໃນປີ 2020
ຄະນະຜູ້ແທນ ນຳໂດຍ ທ່ານ ເຈີ່ນ ວັນ ຕຸ໋ຍ, ກໍາມະການສູນກາງພັກ, ກໍາມະການຄະນະປະຈຳສະພາແຫ່ງຊາດ, ຫົວຫນ້າຄະນະປະຕິບັດງານຜູ້ແທນສະພາແຫ່ງຊາດ, ຮອງຫົວຫນ້າຄະນະຈັດຕັ້ງສູນກາງພັກ, ປະທານຄະນະສູນກາງສະມາຄົມມິດຕະພາບຫວຽດນາມ - ລາວ.
ໃນການຢ້ຽມຢາມຄັ້ງນີ້, ຄະນະຜູ້ແທນຈະຮ່ວມກັບ ສະມາຄົມມິດຕະພາບ ລາວ - ຫວຽດນາມ ເປີດກອງປະຊຸມ ລະຫວ່າງສອງອົງການ ເພື່ອຕີລາຄາການຮ່ວມມື ຂອງສອງສະມາຄົມ ໃນໄລຍະຜ່ານມາ, ແລກປ່ຽນ ແລະ ເປັນເອກກະພາບກັນກ່ຽວກັບແຜນການ-ການຮ່ວມມື ໃນປີ 2020.
ໃນປີ 2020, ເປັນປີທີ່ ຫວຽດນາມ ແລະ ລາວ ຈະຈັດງານສະເຫຼີມສະຫຼອງວັນສໍາຄັນ ກໍ່ຄືເຫດການຕ່າງໆ ຂອງສາຍພົວພັນສອງປະເທດຄື: ວັນສ້າງຕັ້ງພັກຄອມມິວນິດ ອິນດູຈີນ - ກົກເຄົ້າຂອງພັກກອມມູນິດຫວຽດນາມ ແລະ ພັກປະຊາຊົນປະຕິວັດລາວ ຄົບຮອບ 90 ປີ; ວັນຊາດຫວຽດນາມ ຄົບຮອບ 75 ປີ ແລະ ວັນຊາດລາວ ຄົບຮອບ 45 ປີ; ວັນຄ້າຍວັນເກີດ ປະທານ ໂຮຈິມິນ ຄົບຮອບ130 ປີ ແລະ ວັນຄ້າຍວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ100 ປີ ...
ພ້ອມກັນນັ້ນ, ຄະນະຈະໄດ້ ໄປຢ້ຽມຢາມຖາມຂ່າວ ແລະ ພົບປະ ການນຳຂັ້ນສູງ ຂອງ ຄະນະພົວພັນສູນກາງພັກ ແຫ່ງ ສປປ ລາວ.
![]() |
ແມ່ ກັນເຈຍ ຍິງລາວທີ່ແບ່ງປັນນຳ້ນົມໃຫ້ ແກ່ທະຫານອາສາສະໝັກ ຫວຽດນາມ ໃນປາງສົງຄາມ.
ໂອກາດດຽວກັນນີ້, ສະມາຄົມມິດຕະພາບ ລາວ ຈະໄດ້ຈັດພິທີມອບເຮືອນ ສ້າງໂດຍ ສະມາຄົມມິດຕະພາບຫວຽດນາມ - ລາວ ມອບໃຫ້ແກ່ ແມ່ ກັນເຈຍ (ກໍາລັງອາໄສຢູ່ແຂວງ ເຊກອງ) - ຜູ້ທີ່ໃຊ້ນໍ້ານົມຂອງຕົນເອງ ເພື່ອຊ່ວຍຊີວິດທະຫານອາສາສະຫມັກຫວຽດນາມ ສະໄໝກ່ອນ.
(ຄຳຮຸ່ງ)