ພິທີນຳສົ່ງອັດຖິນັກຮົບວິລະຊົນ ຈຳນວນ 98 ອັດຖິ ທີ່ເສຍສະຫຼະຊີວິດເພື່ອພາລະກິດໃນລາວກັບບ້ານ ຢ່າງສະຫງ່າຜ່າເຜີຍ
ໃນຕອນເຊົ້າວັນທີ 14 ພຶດສະພານີ້, ທີ່ສຸສານນັກຮົບວິລະຊົນແຫ່ງຊາດ ເມືອງ ຫງີລົກ, ແຂວງ ເງ້ອານ, ໄດ້ຈັດພິທີປົງສົບ ນັກຮົບວິລະຊົນ ແລະ ຜູ້ຊ່ຽວຊານຫວຽດນາມທີ່ເສຍຊີວິດຢູ່ລາວໃນປາງສົງຄາມ ຢ່າງສະຫງ່າຜ່າເຜີຍ ຕາມພິທີກຳ ຂັ້ນສູງສຸດຂອງກອງທັບປະຊາຊົນຫວຽດນາມ.
ເຂົ້າຮ່ວມພິທີປົງສົບ ມີຜູ້ຕາງຫນ້າ ຄະນະກໍາມະການພິເສດ ລັດຖະບານຫວຽດນາມ ແລະ ສປປ ລາວ, ການນໍາ ແລະ ຫົວໜ້າອົງການທີ່ກ່ຽວຂ້ອງຂອງທະຫານເຂດ 4; ຜູ້ຕາງຫນ້າຄະນະກໍາມະການ ປະຕິບັດງານພິເສດ 3 ແຂວງຂອງລາວ ແລະ ແຂວງ ເງ້ອານ, ປະຊາຊົນເມືອງ ເງ້ອານ.
![]() |
ພິທີປົງສົບນັກຮົບ ຢູ່ສຸສານນັກຮົບເສຍສະລະເມືອງ ຫງີ້ ໂລ້ກ. (ພາບ: VOV)
ໃນພິທີປົງສົບຄັ້ງນີ້, ຄະນະຜູ້ແທນໄດ້ເລົ່າຫວນຄືນເຖິງຄວາມຫຼັງ ອັນສະຫງ່າອົງອາດຂອງສອງຊົນເຜົ່າ ຫວຽດນາມ - ລາວ, ເຊິ່ງຕໍ່ສູ້ຄຽງບ່າຄຽງໄຫຼ່ ຜ່ານຜ່າການທົດສອບ ແລະ ຄວາມຫຍຸ້ງຍາກ; ຮັບຮູ້ເຖິງການເສຍສະຫຼະຂອງບັນດາທະຫານ, ນັກຮົບ ເພື່ອປົກປັກຮັກສາ ເອກະລາດ ຂອງປະຊາຊົນສອງປະເທດ.
ທ່ານ ເລ ງ້ອກ ຮວາ ຫົວຫນ້າຄະນະກໍາມະການປະຕິບັດງານພິເສດ, ຮອງປະທານກຳມະການປະຊາຊົນແຂວງເງ້ອານ ກ່າວວ່າ: ເຖິງວ່າວຽກງານການທ້ອນໂຮມ ຈະປະສົບກັບຄວາມຫຍຸ້ງຍາກລຳບາກຫລາຍປະການ, ແຕ່ຄະນະປະຕິບັດງານໄດ້ພະຍາຍາມຢ່າງສຸດຄວາມສາມາດ, ປະສານສົມທົບ ລະຫວ່າງ ກອງທ້ອນໂຮມ, ທະຫານເງ້ອານ, ພັກ ແລະ ອໍານາດການປົກຄອງ ຮ່ວມກັບ ປະຊາຊົນທ້ອງຖິ່ນ ລາວ ຢ່າງບໍ່ທໍ້ຖ່ອຍ.
ທ່ານພັນຕີ ຂັນທອງ ວົງນໍ້າຄາ, ກຳມະການ-ການເມືອງ ກະຊວງບັນຊາການ ທະຫານແຂວງ ຊຽງຂວາງ ກ່າວວ່າ: ພິທີປົງສົບທະຫານ, ນັກຮົບວິລະຊົນ ທີ່ເສຍສະຫຼະຊີວິດ ແມ່ນມີຄວາມຫມາຍອັນໃຫຍ່ຫຼວງ. ນີ້ກໍ່ແມ່ນການຮັບຮູ້ເຖິງຄຸນງາມຄວາມດີກໍ່ຄືນ້ຳໃຈເສຍສະຫຼະ, ການຮ່ວມມື ລະຫວ່າງ ທະຫານສອງປະເທດ ຫວຽດນາມ-ລາວ, ທີ່ຍາມໃດກໍ່ພ້ອມເສຍສະຫຼະຊີວິດເພື່ອການປະຕິວັດລາວ ແລະ ຫວຽດນາມ.
ທ່ານ ຂັນທອງ ວົງນໍ້າຄາ ຢັ້ງຢືນວ່າ: ສອງປະເທດຈະສືບຕໍ່ ປັບປຸງ, ສຶກສາ, ສ້າງມູນເຊື້ອຄວາມສາມັກຄີທີ່ມີມາແຕ່ຍາວນານໃຫ້ແກ່ໄວໜຸ່ມຄົນລຸ້ນໃໝ່; ກໍ່ສ້າງສາຍສໍາພັນ ລະຫວ່າງ ສອງປະເທດ ໃຫ້ມີຄວາມເຂັ້ມແຂງ ແລະ ນັບມື້ນັບແໜ້ນແຟ້ນ.
(ຄຳຮຸ່ງ)