00:54 | 13/05/2019

ງານສັບປະດາວັດທະນະທໍາລາວ ປະຈໍາປີ 2018 ທີ່ ຫວຽດນາມ

ງານສັບປະດາວັດທະນະທໍາລາວ ປະຈໍາປີ 2018  ທີ່ ຫວຽດນາມ

ຜູ້ແທນມອບຊໍ່ດອກໄມ້ໃຫ້ແກ່ນັກສະແດງສິນລະປະ

ເຂົ້າຮ່ວມໃນງານຄັ້ງນີ້ມີ ສະຫາຍ ບົວເງິນ ຊາພູວົງ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ສປປ ລາວ; ຜູ້ຕາງໜ້າໃຫ້ ກະຊວງວັດທະນະທໍາ, ກິລາ ແລະ ທ່ອງທ່ຽວ ສສ ຫວຽດນາມ. ຝ່າຍແຂວງເຊີນລາ, ເຂົ້າຮ່ວມລາຍການສະແດງສິນລະປະມີສະຫາຍ ຟ້າມ ວັນ ຖຸຍ ຮອງປະທານກໍາມະການປະຊາຊົນແຂວງເຊີນລາ, ການນຳ ຂອງພະແນກ ແລະ ພາກສ່ວນທີ່ກ່ຽວຂ້ອງຂອງແຂວງເຊີນລາພ້ອມດ້ວຍປະຊາຊົນເປັນຈໍານວນຫຼວງຫຼາຍເຂົ້າຮ່ວມ.

ລາຍການສະແດງສິນລະປະທີ່ໄດ້ນໍາເອົາຫລາຍລາຍການສະແດງແບບພິເສດມາໃຫ້ແກ່ຜູ້ຊົມ, ມີຄວາມງາມທາງດ້ານວັດທະນະທໍາຂອງປະຊາຊົນບັນດາເຜົ່າລາວ. ບົດເພງ, ຂັບລຳ ສັນລະເສີນຄວາມຮັກຕໍ່ກັບບ້ານເກີດເມືອງນອນ, ປະເທດລາວທີ່ສວຍງາມ, ຄວາມສາມັກຄີແບບພິເສດລະຫວ່າງສອງປະເທດ ລາວ ແລະ ຫວຽດນາມ, ການຟ້ອນພື້ນເມືອງ, ການເດີ່ນແບບ ຊຸດພື້ນເມືອງ ປະຈຳເຜົ່າລາວ.

ກ່າວຄໍາເຫັນທີ່ລາຍການສະແດງສິນລະປະດັ່ງກ່າວ, ສະຫາຍ ບົວເງິນ ຊາພູວົງ ຮອງລັດຖະມົນຕີ ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ການທ່ອງທ່ຽວ ສປປ ລາວ ໄດ້ສະແດງຄວາມຂອບອົກຂອບໃຈ ຕໍ່ແຂວງເຂີນລາໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ແລະ ເຕັ່ມໄປດ້ວຍຄວາມມິດຕະພາບ. ສະຫາຍ ບົວເງິນ ຊາພູວົງ ຫວັງວ່າຜ່ານລາຍການສະແດງສິນລະປະເທື່ອນີ້, ປະຊາຊົນບັນດາເຜົ່າແຂວງເຊີນລາອາດຈະເຂົ້າໃຈເພີ່ມເຕີມກ່ຽວກັບວັດທະນະທໍາອັນເປັນມູນເຊື້ອຂອງປະຊາຊົນບັນດາເຜົ່າລາວ.

ງານສັບປະດາວັດທະນະທໍາລາວ ປະຈໍາປີ 2018  ທີ່ ຫວຽດນາມ

ການສະແດງຊຸດພື້ນເມືອງປະຈຳເຜົ່າລາວ

ສະຫາຍ ຟ້າມ ວັນ ຖຸຍ ຮອງປະທານກໍາມະການປະຊາຊົນແຂວງເຊີນລາ ທີ່ໄດ້ອວຍພອນໃຫ້ຄະນະສິນລະປະແຫ່ງຊາດລາວປະສົບຜົນສໍາເລັດໃນການສະແດງສິນລະປະກອນເທື່ອນີ້. ສະຫາຍ ຟ້າມ ວັນ ຖຸຍ ຍັງໄດ້ເນັ້ນໜັກວ່າ: ຜ່ານງານສັບປະດາວັດທະນະທໍາລາວປະຈໍາປີ 2018 ທີ່ ຫວຽດນາມ ແລະ ລາຍການສະແດງສິນລະປະກອນຂອງຄະນະສິນລະປະກອນແຫ່ງຊາດລາວ ກໍ່ແມ່ນກາລະໂອກາດເພື່ອສອງປະເທດຫວຽດນາມ ແລະ ລາວ ຮັດແໜ້ນຄວາມສາມັກຄີຍິ່ງຂຶ້ນ, ເຮັດໃຫ້ປະຊາຊົນແຂວງເຊີນລາ ອາດເຂົ້າໃຈເພີ່ມເຕີມກ່ຽວກັບວັດທະນະທໍາອັນເປັນມູນເຊື້ອຂອງປະເທດລາວ.

(ວັນ ສື້)

Link: https://huunghivietlao.thoidai.com.vn/detail-article-4362.html

In bài biết