ສັນເຂື່ອນອ່າງເກັບນ້ຳ ເຊນ້ຳນ້ອຍຊຸ: ຫວຽດນາມກຽມພ້ອມໃຫ້ການຊ່ວຍເຫຼືອ
ສະຖານນະການນ້ຳຖ້ວມ ຢູ່ເມືອງສະໜາມໄຊ ແຂວງອັດຕະປື.
ຈາກເຫດການສັນເຂື່ອນເຊນ້ຳນ້ອຍ ຢູ່ແຂວງອັດຕະປືຊຸໃນກາງຄືນຂອງ ວັນທີ 23 ໂດຍ ອ່າງເກັບນ້ຳ ເຂື່ອນ ເຊນ້ຳນ້ອຍ ແມ່ນເປັນຂອງ ບໍລິສັດ PNPC ກຳລັງກໍ່ສ້າງ, ເຮັດໃຫ້ນ້ຳກວ່າ 5 ຕື້ແມັດກ້ອນ ທຽບເທົ່າກັບ ສະລອຍນ້ຳໃຊ້ໃນການແຂ່ງຂັນ ໂອລິມປິກ 2 ລ້ານສະ ໂຮມເຂົ້າກັນ, ໄດ້ໄຫຼລົງເຂດພື້ນທີ່ຕ່ຳ ບ້ານເຮືອນຂອງພໍ່ແມ່ປະຊາຊົນທ້ອງຖິ່ນ ທີ່ອາໄສຢູ່ແຖບນັ້ນໄດ້ຮັບຜົນກະທົບຢ່າງໜັກ(ຕາມສຳນັກຂ່າວລາວ) . ມີຢ່າງໜ້ອຍ 100ຄົນຖືກສູນຫາຍ ແລະ ປະຊາຊົນ ຢູ່ 6 ບ້ານຄື: ບ້ານຫີນລາດ, ບ້ານໃໝ່, ບ້ານສະໝອງ, ບ້ານທ່າແສງຈັນ, ບ້ານທ່າຫີນ, ບ້ານໂຄກກ່ອງ ຂອງເມືອງສະໜາມໄຊ ແຂວງອັດຕະປື ຕ້ອງອົບພະຍົບອອກຈາກພື້ນທີ່ ຫຼາຍກວ່າ 6.600 ຄົນ, ບ້ານເຮືອນຖືກເສຍຫາຍເກືອບພັນຫຼັງ.
ທ່ານເລຂາທິການໃຫຍ່ ຫງວ໋ຽນຟູ໋ຈ້ອງ, ປະທານປະເທດ ເຈີ່ນດ້າຍກວາງ ແລະ ທ່ານນາຍົກລັດຖະມົນຕີ ຫງວ໋ຽນຊົນຟຸ໋ກ ມື້ນີ້ໄດ້ ໂທລະເລກ ຖາມຂ່າວຄາວມາຍັງ ທ່ານເລຂາທິການໃຫຍ່ ສປປ ລາວ ບຸນຍັງ ວໍລະຈິດ ແລະ ນາຍົກລັດຖະມົນຕີ ສປປ ລາວ ທ່ານ ທອງລຸນ ສີສຸລິດ . ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ຟ້າມບິ່ງມິງ ກໍ່ໄດ້ໂທລະເລກ ຖາມຂ່າວຄາວດ້ວຍຄວາມເປັນຫວ່ງເປັນໄຍ ເຖິງທ່ານ ລັດຖະມົນຕີກະຊວງການຕ່າງປະເທດລາວ ສະເຫຼີມໄຊ ກົມມະສິດ.
ທ່ານນາຍົກລັດຖະມົນຕີ ຫງວ໋ຽນຊົນຟຸ໋ກ ໄດ້ໂທລະເລກປືກສາຫາລືກັບ ທ່ານນາຍົກລັດຖະມົນຕີລາວ ທອງລຸນ ສີສຸລິດ ຢືນຢັນວ່າ ພັກ-ລັດ ແລະ ປະຊາຊົນຊາວຫວຽດນາມ ກຽມພ້ອມທີ່ຈະຊ່ວຍເຫຼືອພໍ່ແມ່ປະຊາຊົນລາວ ແກ້ໄຂຜົນກະທົບຈາກໄພພິບັດທາງທຳມະຊາດຄັ້ງນີ້.
ສະຖານທູດຫວຽດນາມ ປະຈຳ ສປປ ລາວ ໃຫ້ຮູ້ວ່າ ພະນັກງານກົມສຸນຫວຽດນາມ ທີ່ ປາກເຊ ໄດ້ລົງພື້ນທີ່ຢູ່ ເມືອງ ສະໜາມໄຊ. ກຳລັງກູ້ໄພຂອງລາວກຳລັງພະຍາຍາມຢ່າງສຸດຄວາມສາມາດ , ບໍ່ຮູ້ອິດຮູ້ເມື່ອຍເພື່ອຈະຊອກຫາ ແລະ ຊ່ວຍເຫຼືອຜູ້ປະສົບເຄາະຮ້າຍ, ປະຈຸບັນຍັງບໍ່ທັນຮູ້ລາຍລະອຽດວ່າມີປະຊາຊົນຫວຽດນາມຢູ່ນຳບໍ່ ໃນເຫດການໄພພິບັດຄັ້ງນີ້.
ກະຊວງການຕ່າງປະເທດໄດ້ຊີ້ນຳ ບັນດາຫ້ອງການ, ອົງການຕ່າງໜ້າຂອງຫວຽດນາມ ປະຈຳຢູ່ ສປປ ລາວ ຕິດຕາມສະພາບການ, ສົມທົບຢ່າງແໜ້ນແຟ້ນກັບ ອຳນາດການປົກຄອງທ້ອງຖິ່ນ ລາຍງານຂ່າວສານກ່ຽວກັບຊາວຫວຽດນາມ ຫຼື ຄົນລາວເຊື້ອສາຍຫວຽດນາມຢູ່ພື້ນທີ່ຮັບຜົນກະທົບ, ກຽມພ້ອມກ່ຽວກັບມາດຕະການໃນການຊ່ວຍເຫຼືອຖ້າມີຜູ້ປະສົບໄພ.
ໃນສະຖານະການຈຳເປັນສະເໜີໃຫ້ຕິດຕໍ່ : ຫ້ອງການ ປົກປ້ອງພົນລະເມືອງລາວ 00856 2096106775 ຫຼື ຫວຽດນາມ 0084 981848484
(ຫັດທະບູນ)