15:41 | 12/12/2019

ທ່ານນາງ ເຈືອງທິມາຍ ຕ້ອນຮັບຄະນະສູນກາງແນວລາວສ້າງຊາດ

ທ່ານນາງ ເຈືອງທິມາຍ ຕ້ອນຮັບຄະນະສູນກາງແນວລາວສ້າງຊາດ
ທ່ານນາງ ເຈືອງທິມາຍ ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງ ກ່າວຄໍາເຫັນທີ່ການຕ້ອນຮັບ. ພາບ: ຟ້າມເກື່ອງ.

ທີ່ການຕ້ອນຮັບ, ທ່ານນາງ ເຈືອງທິມາຍ ຢັ້ງຢືນວ່າ, ພຶດຕິກຳຕົວຈິງແຫ່ງການຜັນຂະຫຍາຍວຽກງານຂົນຂວາຍປະຊາຊົນ, ຫວຽດນາມ ສຸມໃສ່ເສີມຂະຫຍາຍບົດບາດຂອງປະຊາຊົນ, ຂອງທັງລະບົບການເມືອງ, ໃນນັ້ນແນວໂຮມປະເທດຊາດ ແລະບັນດາອົງການຈັດຕັ້ງການເມືອງ, ສັງຄົມຈາກຂັ້ນສູນກາງລົງຮອດຂັ້ນທ້ອງຖິ່ນສວມບົດບາດແກ່ນສານ, ບັນດາສະມາຊິກພັກນໍາໜ້າໃນວຽກງານຂົນຂວາຍປະຊາຊົນ, ສ້າງຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນບົນຫຼັກການອີງໃສ່ປະຊາຊົນເພື່ອກໍ່ສ້າງພັກ.

ຄະນະຂົນຂວາຍປະຊາຊົນສູນກາງ ໄດ້ສົມທົບກັບລັດຖະບານປະຕິບັດລາຍການອຳນາດການປົກຄອງປະຕິບັດວຽກງານຂົນຂວາຍປະຊາຊົນດ້ວຍ 6 ເນື້ອໃນ, ຄື: ປະກາດໃຊ້ນະໂຍບາຍ; ຈັດຕັ້ງການປະຕິບັດນະໂຍບາຍ; ພັດທະນາເສດຖະກິດ, ສັງຄົມ, ຮັບປະກັນດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະການດຳລົງຊີວິດຂອງປະຊາຊົນ; ຄຸນສົມບັດລັດຖະການ ແລະປະຕິຮູບການບໍລິຫານ; ແກ້ໄຂການຮ້ອງຟ້ອງ, ຮ້ອງທຸກຂອງປະຊາຊົນ.

ທ່ານນາງ ເຈືອງທິມາຍ ຕ້ອນຮັບຄະນະສູນກາງແນວລາວສ້າງຊາດ
ບັນຍາກາດທີ່ການຕ້ອນຮັບ. ພາບ: ຟ້າມເກື່ອງ.

ສ່ວນທ່ານ ຈັນທະວົງ ແສນອາມາດມົນຕີ, ຮອງປະທານສູນກາງແນວລາວສ້າງຊາດ ປາດຖະໜາວ່າໃນໄລຍະຈະມາເຖິງ, ຫວຽດນາມ ສືບຕໍ່ໜູນຊ່ວຍ, ແບ່ງປັນ, ຖ່າຍຖອດບັນດາບົດຮຽນທີ່ດີໃຫ້ແກ່ລາວ, ປະກອບສ່ວນຍົກສູງຄຸນນະພາບການເຄື່ອນໄຫວໃນວຽກງານຂົນຂວາຍປະຊາຊົນ; ເສີມຂະຫຍາຍບົດບາດປະຊາຊົນເວົ້າສະເພາະ, ວຽກງານຂົນຂວາຍປະຊາຊົນເວົ້າລວມໃນວິວັດການພັດທະນາເສດຖະກິດ-ສັງຄົມປະເທດ. ພ້ອມທັງເຊື່ອໝັ້ນວ່າຫວຽດນາມ ແລະລາວ ສືບຕໍ່ຮັກສາສາຍພົວພັນຖານອ້າຍນ້ອງ, ເພີ່ມພູນຄູນສ້າງນໍ້າໃຈສາມັກຄີ, ມິດຕະພາບແບບພິເສດລະຫວ່າງພັກ, ລັດ ແລະປະຊາຊົນສອງປະເທດ.

(ແຫຼ່ງ​ຂໍ້​ມູນ​: la.qdnd.vn)

Link: https://huunghivietlao.thoidai.com.vn/detail-article-4313.html

In bài biết