09:41 | 24/12/2019

ເພີ່ມທະວີການຮ່ວມມືລະຫວ່າງກະຊວງຕຳຫຼວດຫວຽດນາມ ແລະ ກະຊວງປ້ອງກັນຄວາມສະຫງົບລາວ

ທີ່ການພົບປະ, ທ່ານພົນໂທ ວິໄລລັກ ຄຳພົງ ແລະ ທ່ານພົນຕີ ຫງວຽນວັນເຊີນ ໄດ້ແລກປ່ຽນສະພາບການທົ່ວໄປກ່ຽວກັບການປ້ອງກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ ແລະ ອາດຊະຍາກຳ ຂອງແຕ່ລະປະເທດໃນຊຸມປີມໍ່ໆມານີ້.

ສອງຝ່າຍເຫັນດີຕີລາຄາສູງໝາກຜົນການຮ່ວມມືລະຫວ່າງສອງກະຊວງໃນເວລາທີ່ຜ່ານມາ, ເນັ້ນໜັກ ເຖິງໝາກຜົນການຮ່ວມມືລະຫວ່າງສອງກະຊວງ, ປະກອບສ່ວນສ້າງສະພາບແວດລ້ອມສັນຕິພາບ, ໝັ້ນຄົງໃຫ້ແກ່ການພັດທະນາເສດຖະກິດ - ສັງຄົມ.

ເພີ່ມທະວີການຮ່ວມມືລະຫວ່າງກະຊວງຕຳຫຼວດຫວຽດນາມ ແລະ ກະຊວງປ້ອງກັນຄວາມສະຫງົບລາວ

ທ່ານພົນໂທ ວິໄລລັກ ຄຳພົງ ແລະ ທ່ານພົນຕີ ຫງວຽນວັນເຊີນ ໄດ້ແລກປ່ຽນສະພາບການທົ່ວໄປກ່ຽວກັບການປ້ອງກັນຄວາມສະຫງົບ. (ພາບ: cand.vn)

ພ້ອມດຽວກັນນີ້, ປະກອບສ່ວນຮັດແໜ້ນສາຍພົວພັນທີ່ຍິ່ງໃຫຍ່, ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ, ປະຊາຊົນຂອງສອງປະເທດເວົ້າລວມ ແລະ ລະຫວ່າງກະຊວງຄວາມໝັ້ນຄົງແຫ່ງຊາດລາວ ແລະ ກະຊວງຕຳຫຼວດຫວຽດນາມເວົ້າສະເພາະ.

ກ່ຽວກັບທິດທາງການຮ່ວມມືໃນໄລຍະຈະມາເຖິງ, ສອງຝ່າຍເຫັນດີເປັນເອກະພາບເພີ່ມທະວີການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ເພີ່ມທະວີການແລກປ່ຽນປະສົບການ, ຂໍ້ມູນຂ່າວສານ ແລະ ການປະສານສົມທົບໃນການຕ້ານອາດຊະຍາກຳ.

ໃນໂອກາດນີ້, ທ່ານຮອງລັດຖະມົນຕີ ຫງວຽນວັນເຊີນ ຍັງໄດ້ໄປຢ້ຽມຢາມ ແລະ ໃຫ້ກຳລັງໃຈພະນັກງານ, ນັກຮົບຫ້ອງການຜູ້ຕາງໜ້າກະຊວງຕຳຫຼວດປະຈຳລາວ.

(ຄຳຮຸ່ງ)

Link: https://huunghivietlao.thoidai.com.vn/detail-article-4305.html

In bài biết