16:39 | 14/01/2020

ມອບສັນຊາດລາວ ໃຫ້ພົນລະເມືອງຫວຽດນາມ ຈຳນວນ 4 ຄົນ ທີ່ມີເງື່ອນໄຂຄົບຖ້ວນ

ມອບສັນຊາດລາວ ໃຫ້ພົນລະເມືອງຫວຽດນາມ ຈຳນວນ 4 ຄົນ ທີ່ມີເງື່ອນໄຂຄົບຖ້ວນ

ພາບປະກອບ

ການ​ມອບ​ສັນ­ຊາດ​ລາວ ​ໃຫ້​ຄົນ​ຕ່າງ­ປະ­ເທດ​ຄັ້ງ​ນີ້, ແມ່ນ​ປະ­ຕິ­ບັດ​ຕາມ​ກົດ­ໝາຍ​ ວ່າ​ດ້ວຍ​ລັດ​ຖະບານ, ກົດ­ໝາຍ​ວ່າ​ດ້ວຍ​ສັນ­ຊາດ​ລາວ ແລະ ອີງ​ຕາມ​ໜັງ­ສື​ສະ­ເໜີ​ຂອງ​ກະ­ຊວງ​ຍຸ­ຕິ​ທຳ. ສະ­ນັ້ນ, ທ່ານ ນາ­ຍົກ­ລັດ­ຖະ­ມົນ­ຕີ​ ຈຶ່ງ​ໄດ້​ອອກ​ຂໍ້​ຕົກ­ລົງ​ ໃຫ້​ຫ້ອງ​ວ່າ­ການ​ສຳ­ນັກ­ງານ​ນາ­ຍົກ­ລັດ­ຖະ­ມົນ­ຕີ ປະ­ສານ​ສົມ ທົບ​ກັບ​ກະ­ຊວງ​ພາຍ​ໃນ, ກະ­ຊວງ​ປ້ອງ​ກັນ​ຄວາມ​ສະ­ຫງົບ, ກະ­ຊວງ​ການ​ຕ່າງ­ປະ­ເທດ, ກະ­ຊວງ​ຍຸ­ຕິ​ທຳ ແລະ ຂະ­ແໜງ­ການ​ທີ່​ກ່ຽວ­ຂ້ອງ ເພື່ອ​ປະ­ຕິ­ບັດ​ຂໍ້​ຕົກ­ລົງ​ສະ­ບັບ​ດັ່ງ­ກ່າວ ເຊິ່ງ​ໄດ້​ເຫັນ​ດີ​ອະ­ນຸ­ມັດ​ໃຫ້​ສັນຊາດລາວ 8 ຄົນ ໃນ​ນີ້ ມີ​ຄົນ​ເຊື້ອ​ຊາດ ແລະ ສັນ­ຊາດ​ຫວຽດ­ນາມ 4 ຄົນ ຍິງ 1 ຄົນ, ຈີນ 2 ຄົນ ຍິງ 1 ຄົນ, ອິນ​ເດຍ 1 ຄົນ ແລະ ປາ​ກິ​ສ​ຖານ 1 ຄົນ.

(ແຫຼ່ງ​ຂໍ້​ມູນ​: http://kpl.gov.la)

Link: https://huunghivietlao.thoidai.com.vn/detail-article-43.html

In bài biết