21:17 | 30/11/2019

ລາຍການ “ພົບປະແລກປ່ຽນມິດຕະພາບຫວຽດນາມ-ລາວ” ໄດ້ຈັດຕັ້ງສະຫະພັນບັນດາ ຢູ່ອົງການມິດຕະພາບແຂວງບ່າເຣ້ຍ-ຫວູງເຕົ່າ

ກ່າວຄໍາເຫັນທີ່ການພົບປະແລກປ່ຽນ, ທ່ານ ເຈິ່ນວັນຕ໊ວນ ຮອງປະທານຄະນະກໍາມະການປະຊາຊົນແຂວງບ່າເຣ້ຍ-ຫວູງເຕົ່າ ສະແດງຄວາມພາກພູມໃຈຕໍ່ສາຍພົວພັນສາມັກຄີ, ມິດຕະພາບການຮ່ວມມືອ້າຍນ້ອງຂອງສອງປະເທດຫວຽດນາມ-ລາວ. ພ້ອມທັງສະແດງຄວາມເຊື່ອໝັ້ນວ່າ ຊາວຫວຽດນາມ ແລະລາວ ຮຸ່ນຕ່າງໆຈະຮັກສາ, ເສີມຂະຫຍາຍສາຍພົວພັນນີ້ ແລະມີການປະກອບສ່ວນຢ່າງຕັ້ງໜ້າໃຫ້ແກ່ກິດຈະການສ້າງສາ ແລະປົກປັກຮັກສາປະເທດຊາດຂອງແຕ່ລະປະເທດ.


ລາຍການ “ພົບປະແລກປ່ຽນມິດຕະພາບຫວຽດນາມ-ລາວ” ໄດ້ຈັດຕັ້ງສະຫະພັນບັນດາ ຢູ່ອົງການມິດຕະພາບແຂວງບ່າເຣ້ຍ-ຫວູງເຕົ່າ

ທ່ານ ເຈິ່ນວັນຕ໊ວນ ມອບຂອງຂວັນທີ່ລະນຶກໃຫ້ແກ່ທ່ານນາງ ພິມພາ ແກ້ວມີໄຊ. (ພາບ: qdnd.vn).

ສ່ວນທ່ານນາງ ພິມພາ ແກ້ວມີໄຊ ຫົວໜ້າສະຖານກົງສູນໃຫຍ່ລາວ ປະຈໍານະຄອນໂຮ່ຈີມິນ ໃຫ້ຮູ້ວ່າ, ນັບແຕ່ກ່ອນມາຮອດປະຈຸບັນ, ບັນດາຜົນງານເຊິ່ງປະຊາຊົນລາວບັນດາເຜົ່າຍາດໄດ້ໃນກິດຈະການສ້າງສາ ແລະປົກປັກຮັກສາປະເທດຊາດບໍ່ສາມາດຕັດແຍກອອກການສະໜັບສະໜູນ ແລະຊ່ວຍເຫຼືອຈາກພັກ, ລັດຖະບານ ແລະປະຊາຊົນຫວຽດນາມ. ພ້ອມທັງຢັ້ງຢືນວ່າປະຊາຊົນລາວ ສະໝັກໃຈພ້ອມກັບຫວຽດນາມ ປົກປ້ອງ, ປົກປັກຮັກສາ ແລະຊຸກຍູ້ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ນໍ້າໃຈສາມັກຄີແບບພິເສດນີ້.

(ແຫຼ່ງ​ຂໍ້​ມູນ​: la.qdnd.vn)

Link: https://huunghivietlao.thoidai.com.vn/detail-article-4295.html

In bài biết